ລົດຖີບທາງໄກ ຕູເດີຟຣອງ 2023 ສະໜາມທີ 17 ໄດ້ແຊ້ມໜ້າໃໝ່ອີກແລ້ວ! ແຊ້ມເກົ່າ ຄອງເສື້ອເຫລືອງຕໍ່ໄປ

ການແຂ່ງຂັນ ລົດຖີບທາງໄກ ຕູເດີຟຣອງ ສະໜາມທີ 17 ໃນປີນີ້ ເສັ້ນທາງຈາກເມືອງ ແຊັງເຊີເວ່ ເລແບັງ ຫາເມືອງ ຄູເຊີເວວ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 166 ກິໂລແມັດ.

🏁 ປະກົດວ່າ: ໄດ້ແຊ້ມໜ້າໃໝ່ອີກໜຶ່ງຄົນຄື: ເຟລິກ ກາວ ຊາວອັອສເຕຣຍ (ໂອຕຣິດ) ໄວ 25 ປີ ຈາກທີມ AG2R ຊີໂຕຣອ໋ອງ ເວລາ 4 ຊົ່ວໂມງ 49′ ນາທີ 8″ ວິນາທີ ເອົາຊະນະ ໄຊມ້ອນ ຢາເຕັສ ຊາວສະຫະຣາຊອານາຈັກ ຈາກທີມ ເຈໂກ ເອໄອຢູລ້າ 34″ ວິນາທີ, ສ່ວນ ແຊ້ມເກົ່າ ເຂົ້າເສັ້ນໄຊເປັນຄົນທີ 4 ຕາມຫລັງ 1′ ນາທີ 52″ ວິນາທີ.

ຜ່ານການແຂ່ງຂັນ 17 ສະໜາມ ຜູ້ນຳເວລາລວມ ຄອງເສື້ອເຫລືອງ ຍັງຄົງແມ່ນ ແຊ້ມເກົ່າ ໂຢນັສ ວິນເກກ໊າດ ຊາວເດັນມາກ ຈາກທີມ ຈຳໂບ້ ວິສມ້າ ເວລາລວມ 67 ຊົ່ວໂມງ 57′ ນາທີ 51 ວິນາທີ, ນຳອັນດັບສອງ 🇸🇮 ທາເດ່ ໂປກາຊ້າ 7′ ນາທີ 35″ ວິນາທີ.

ສະໜາມຕໍ່ໄປ ສະໜາມທີ 18 ຈະແຂ່ງຂັນໃນວັນທີ 20 ກໍລະກົດນີ້ ເສັ້ນທາງຈາກເມືອງ ມູເຢ່ ຫາເມືອງ ບູອ໋ອງເບັສ ປະເທດຝຣັ່ງ ເປັນເສັ້ນທາງລຽບ ໄລຍະທາງ 185 ກິໂລແມັດ.

Photo: Le Tour de France

Leave a Reply

Your email address will not be published. Required fields are marked *