ການແຂ່ງຂັນເຕະບານລະດັບສະໂມສອນ ລາຍການພິເສດ Club Challenge 2023 ເຊິ່ງສະຫະພັນບານເຕະເອີຣົບ ແລະ ສະຫະພັນບານເຕະອາເມຣິກາໃຕ້ ຮ່ວມມືກັນຈັດເປັນຄັ້ງທຳອິດ ໂດຍເອົາທີມແຊ້ມຂັນອັນດັບສອງຂອງສອງທະວີບຄື: ຢູຟ້າ ຢູໂຣປ້າລີກ ແລະ ໂຄປ້າ ຊູດາເມຣິການ້າ ມາພົບກັນ ນັ້ນກໍຄື: ສະໂມສອນ ເຊບີຢ້າ ຈາກສະເປນ (ແອັສປາຍ) ແລະ ອິນດີເພັນດຽນເຕ້ ເດວ ບາເຢ່ ຈາກອາເອກົວດໍຣ ແຂ່ງຂັນວັນທີ 19 ກໍລະກົດ 2023 ນີ້ ທີ່ສະໜາມ ຣາມ້ອນ ຊານເຊັຊ ເມືອງເຊວິວ ປະເທດແອັສປາຍ ສະໜາມຂອງສະໂມສອນ ເຊບີຢ້າ.
ປະກົດວ່າ: ທັງສອງທີມກິນກັນບໍ່ລົງໃນເວລາປົກກະຕິ 90′ ນາທີ, ອິນດີເພັນດຽນເຕ້ ເດວ ບາເຢ່ ຍິງນຳກ່ອນຈາກ ເລົາຕາໂຣ້ ດີອັຊ ນາທີ 9′, ເຊບີຢ້າ ຕີສະເໝີທ້າຍເກມຈາກ ເປໂດຣ ອໍຕິສ ນາທີ 90+1′ ບໍ່ມີການຕໍ່ເວລາພິເສດ ເຕະຈຸດໂທດຕັດສິນແຊ້ມທັນທີ ແລະ ເປັນ ເຊບີຢ້າ ຍິງໄດ້ຄົມກວ່າ ຊະນະດວນຈຸດໂທດ ອິນດີເພັນດຽນເຕ້ ເດວ ບາເຢ່ 4-1.
ການແຂ່ງຂັນຄັ້ງທຳອິດນີ້ ຈັດເພື່ອໃຫ້ກຽດແກ່ ອັນໂຕນີໂອ ເປີຕ້າ ອະດີດແບັກຊ້າຍທີມຊາດແອັສປາຍ ແລະ ສະໂມສອນ ເຊບີຢ້າ ທີ່ເສຍຊີວິດຄາສະໜາມຍ້ອນພະຍາດຫົວໃຈວາຍ ເມື່ອປີ 2007 ດ້ວຍອາຍຸພຽງ 22 ປີ.
Photo: UEFA, Sevilla FC