ສະຫະລັດ ອາເມຣິກາ ແລະ ອີຕາລີ ຮອບ 4 ທີມສູດທ້າຍ ບານສົ່ງໃນຮົ່ມຊາຍ ເນຊັ່ນລີກ 2023

ການແຂ່ງຂັນບານສົ່ງໃນຮົ່ມຊາຍ ລະດັບໂລກ ລາຍການ ເນຊັ່ນລີກ 2023 ຮອບສຸດທ້າຍ ຫລື 8 ທີມສຸດທ້າຍ ແຂ່ງທີ່ສະໜາມເອີໂກ້ ອາຣີນ້າ ປະເທດໂປແລນ (ໂປໂລຍ).

ສະຫະລັດ ອາເມຣິກາ ຮອງແຊ້ມຄັ້ງຜ່ານມາ ເອົາຊະນະ ຝຣັ່ງ ແຊ້ມເກົ່າ ສຸດມ່ວນ 3-2 ເຊັດ: 25-21, 25-18, 17-25. 24-26 ແລະ 15-9. ອາເມຣິກາ ເຂົ້າຮອບ 4 ທີມສຸດທ້າຍ ເປັນຄັ້ງທີ 4 ຈາກ 5 ຄັ້ງຂອງການແຂ່ງຂັນ ໄປພົບກັບ ອີຕາລີ ທີ່ໂຊຟອມເດັ່ນ ຊະນະ ອາເຈນຕິນ້າ (ອາກຊັງຕິນ) 3-0 ເຊັດ: 25-17, 25-13, 25-14. ອີຕາລີ ເຂົ້າຮອບ 4 ທີມສຸດທ້າຍ ເປັນຄັ້ງທີ 2 ຕິດຕໍ່ກັນ.

ສຳລັບຄືນວັນທີ 20 ກໍລະກົດ 2023 ມີແຂ່ງຂັນອີກສອງຄູ່: 🇯🇵 ຍີ່ປຸ່ນ ພົບກັບ 🇸🇮 ສະໂລເວເນຍ (ສະໂລເວນີ້) ເວລາ 22:00 ແລະ 🇵🇱 ໂປແລນ (ໂປໂລຍ) ພົບກັບ 🇧🇷 ເບຣຊິນ ເວລາ 1:00.

Photo: Volleyball World

Leave a Reply

Your email address will not be published. Required fields are marked *