ໂຊຕ້າ ຍິງສອງປະຕູທ້າຍເກມ ຊ່ວຍ ລີເວີພູລ ບຸກຊະນະ ຄາວສະຣູເຮີ 4-2 ເຕະບານອຸ່ນເຄື່ອງ!

ຫົງແດງ ລີເວີພູລ ທີມດັງໃນ ພຣີເມ່ຍລີກ ອັງກິດ ທຳການອຸ່ນເຄື່ອງນັດທຳອິດ ກ່ອນເລີ່ມລະດູການໃໝ່ 2023-24 ບຸກໄປຢາມ ຄາວສະຣູເຮີ ທີມຈາກລີກອັນດັບສອງຂອງເຢຍລະມັນ.

ຫົງແດງ ນຳກ່ອນພຽງ 3′ ນາທີທຳອິດຈາກ ດາວິນ ນູເຢັຊ ແຕ່ເຈົ້າບ້ານທວງຄືນສອງປະຕູຈາກ ລາສ ສະຕິນເດິ້ນ ນາທີ 38′ ແລະ ເຊບັສຕຽນ ຈຸງ ນາທີ 50′, ລີເວີພູລ ໄລ່ຕີສະເໝີຈາກຕົວສຳຮອງ ໂຄດີ້ ກັກໂປ ນາທີ 69′ ແລະ ໄດ້ສອງປະຕູທ້າຍເກມອີກໜຶ່ງຕົວສຳຮອງ ເດໂກ້ ໂຊຕ້າ 90+2′ ແລະ 90+3′ ຈົບເກມ ລີເວີພູລ ບຸກຊະນະ ຄາວສະຣູເຮີ 4-2.

ນັດຕໍ່ໄປ ລີເວີພູລ ຈະໄປຢາມ ເກເທີເຟີດ ອີກໜຶ່ງທີມຈາກລີກອັນດັບສອງຂອງເຢຍລະມັນ ວັນທີ 24 ກໍລະກົດນີ້.

Photo: Liverpool FC

Leave a Reply

Your email address will not be published. Required fields are marked *