ກະຕໍ້ຊາຍທີມຊາດລາວ ຄວ້າຫລຽນຄຳ ລະດັບດິວິຊັ່ນ 1 ກະຕໍ້ ຄິງຄັບ ຊີງແຊ້ມໂລກ 2023

ຄະນະນັກກິລາກະຕໍ້ທີມຊາດລາວ ປະເພດທີມຊຸດຊາຍ ຄວ້າຫລຽນຄຳ ການແຂ່ງຂັນກິລາກະຕໍ້ ຊີງແຊ໋ມໂລກ ຄິງຄັບ ປະຈຳປີ 2023 ທີ່ນະຄອນຣາຊະສີມາ ຣາຊະອານາຈັກໄທ ລະຫວ່າງວັນທີ 9-16 ກໍລະກົດ 2023.

ທ່ານ ສູນທອນ ຄຳສານ ຄະນະຄູຝຶກກະຕໍ້ທີມຊາດລາວ ລາຍງານໃຫ້ຮູ້ວ່າ: ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ມີທີມຊັ້ນນຳຈາກທົ່ວໂລກເຂົ້າຮ່ວມຊິງໄຊ ແລະ ມີການແຂ່ງຂັນ 2 ລະດັບ ຄື: ລະດັບ ພຣີເມ່ຍ ສູງສຸດ ແລະ ລະດັບດິວິຊັ່ນ 1 ສຳລັບ ສປປ ລາວ ແມ່ນສົ່ງຄະນະຄູຝຶກ ແລະ ນັກກິລາ ທັງໝົດ 45 ຄົນ ເຂົ້າຮ່ວມຊີງໄຊ 6 ລາຍການ, ໃນນັ້ນ ລະດັບລາຍການ ພຣີເມ່ຍ 6 ລາຍການ ແລະ ດິວິຊັ່ນ 1 ມີ 1 ລາຍການ.

ຜ່ານການການແຂ່ງຂັນ ສາມາດຍາດມາໄດ້ 1 ຫລຽນຄຳ ຈາກປະເທດທີມຊຸດຊາຍ ໃນລະດັບດິວິຊັ່ນ 1. ນອກນັ້ນ, ຍັງສາມາດຍາດໄດ້ 2 ຫລຽນທອງ ຈາກລາຍການກະຕໍ້ຍິງ 4 ຄົນ ແລະ ລາຍການ ກະຕໍ້ລອດບ້ວງ.

ຂ່າວໂດຍ: ສົງການ ພັນແພງດີ

Leave a Reply

Your email address will not be published. Required fields are marked *