ຈໍດີ້ ອາວບາ ຕາມຫລັງ ເມັສຊີ້ ແລະ ບຸສເກັສ ຮ່ວມທັບ ອິນເຕີ ໄມອາມີ້

ຈໍດີ້ ອາວບາ ແບັກຊ້າຍທີມຊາດແອັສປາຍ ໄວ 34 ປີ ຕາມຫລັງ ລີໂອເນວ ເມັສຊີ້ ແລະ ແລະ ເຊີຈີ້ ບຸສເກັສ ມາຮ່ວມທັບ ອິນເຕີ ໄມອາມີ້ ທີມໃນລີກສູງສຸດຂອງ ສະຫະລັດ ອາເມຣິກາ ຈາກການຢືນຢັນຂອງ ຈໍເກ້ ມາສ ຊານໂຕສ ປະທານສະໂມສອນ.

ອາວບາ ອຳລາຖິ່ນຄໍ້ານູ ຫລັງສິ້ນສຸດລະດູການຜ່ານມາ ພາຍຫລັງຢູ່ກັບທີມມາ 10 ປີ ລົງຫລິ້ນ 459  ນັດ ຍິງ 27 ປະຕູ, ໄດ້ 18 ແຊ້ມກັບທີມ ເປັນຕົ້ນ ລາລີກ້າ 6 ສະໄໝ, ໂຄປ້າ ເດວເຣ 5 ສະໄໝ, ຊຸບເປີຄັບ ແອັສປາຍ 4 ສະໄໝ, ຢູຟ້າ ແຊ້ມປ້ຽນລີກ, ຢູຟ້າ ຊຸບເປີຄັບ ແລະ ແຊ້ມສະໂມສອນໂລກ ຢ່າງລະໜຶ່ງສະໄໝ.

Photo: FC Barcelona

Leave a Reply

Your email address will not be published. Required fields are marked *