ສະມາຄົມບານເຕະອິນໂດເນເຊຍ (PSSI) ຄັດເລືອກນັກກິລາເຕະບານ U17 ປີ ດ້ວຍ 5 ມາດຖານ ເພື່ອເປັນຕົວແທນທີມຊາດ ເຂົ້າຮ່ວມ U17 ປີ ຊິງແຊ້ມໂລກ 2023 ທີ່ອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ໃນວັນທີ 10 ພະຈິກ – 2 ທັນວາປີນີ້ ເຊິ່ງ U17 ອິນໂດເນເຊຍ ກໍຈະໄດ້ເຂົ້າຮ່ວມແຂ່ງຂັນຄັ້ງທຳອິດ ໂດຍບໍ່ຕ້ອງຄັດເລືອກໃນຖານະເຈົ້າພາບ.
ສຳລັບ 5 ມາດຖານ ປະກອບມີດັ່ງລຸ່ມນີ້:
• ມີຈິດໃຈທີ່ເຂັ້ມແຂງ
• ມີສະລີລະຮ່າງກາຍທີ່ດີ
• ມີຄວາມສູງ 170-185 ຊັງຕີແມັດ
• ມີ VO2max ສະພາບອົກຊີແຊນການຫາຍໃຈໃນລະດັບດີ ຄ່າສະເລ່ຍປະມານ 60-65.
• ມີພອນສະຫວັນ-ທັກສະ, ການຮັບຮູ້ທີ່ດີ, ມີລະບຽບວິໄນ ແລະ ຄວາມສາມັກຄີ
ເບື້ອງຕົ້ນ ຄູຝຶກ Bima Sakti ຈະຄັດເອົາ 34 ຄົນ ເພື່ອເກັບຕົວຝຶກຊ້ອມທີ່ນະຄອນຫລວງຈາກາຕ້າ.
Photo: PSSI