ຂ່າວຮ້າຍຂອງ ເຊວຊີ ເວັສລີ້ ໂຟຟານ້າ ກອງຫລັງຊາວຝຣັ່ງຂອງທີມເຈັບອີກແລ້ວ! ຫລ້າສຸດເຈັບເອັນຫົວເຂົ່າຈຸດເກົ່າ ໃນລະຫວ່າງການຝຶກຊ້ອມ ກຽມອຸ່ນເຄື່ອງ ປຣີຊີຊັ່ນ ທີ່ສະຫະລັດ ອາເມຣິກາ.
ໃນໄລຍະ 2 ປີ ຜ່ານມາ ໂຟຟານ້າ ກໍມີອາການບາດເຈັບລົບກວນມາຕໍ່ເນື່ອງ: ເດືອນສິງຫາ ປີ 2021: ຂາຫັກ, ເດືອນຕຸລາ ປີ 2022: ເຈັບຫົວເຂົ່າ, ເດືອນທັນວາ ປີ 2022: ເຈັບຫົວເຂົ່າ ແລະ ເດືອນດໍລະກົດ ປີ 2023: ເຈັບເອັນຫົວເຂົ່າ.
Photo: Wesley Fofana