ມາຣຄັສ ຣາຊຟອດ ຕົກລົງຕໍ່ສັນຍາກັບ ແມນຢູ ເຖິງປີ 2028

ມາຣຄັສ ຣາຊຟອດ ສູນໜ້າທີມຊາດອັງກິດ ຕົກລົງຕໍ່ສັນຍາກັບ ແມນຢູ ເຖິງປີ 2028 ສູນໜ້າ ໄວ 25 ປີ ເຕີບໂຕມາຈາກອາຄາເດມີ້ຂອງກອງທັບປີສາດແດງ ກ້າວຂຶ້ນທີມຊຸດໃຫຍ່ ລະດູການ 2015-16 ຮັບໃຊ້ທີມ 359 ນັດ ຍິງ 123 ປະຕູ.

ສະເພາະລະດູການຜ່ານມາ ຍິງ 30 ປະຕູ ຊ່ວຍທີມໄດ້ແຊ້ມ ລີກຄັບ, ຮອງແຊ້ມ ເອັຟເອຄັບ ແລະ ຕິດທັບໂຟຂອງ ພຣີເມ່ຍລີກ ໄດ້ໄປຫລິ້ນ ຢູຟ້າ ແຊ້ມປ້ຽນລີກ ແລະ ໄດ້ລາງວັນນັກເຕະດີເດັ່ນຂອງສະໂມສອນ.

Photo: Man UTD

Leave a Reply

Your email address will not be published. Required fields are marked *