ແມນຢູ ກຽມເປີດໂຕ ອັງເດຣ ໂອນານ້າ ຜູ້ຮັກສາປະຕູທີມຊາດແຄມເມີຣູນ ໄວ 27 ປີ ພາຍຫລັງຕົກລົງຄ່າໂຕກັບ ອິນເຕີ ມິລານ 47.2 ລ້ານປອນ, ໂດຍ ແມນຢູ ຈ່າຍໃຫ້ກ່ອນ 43.8 ລ້ານປອນ ສ່ວນອີກ 3.4 ລ້ານປອນ ຈະຈ່າຍໃຫ້ຕື່ມຫາກຜົນງານດີຕາມຄາດໝາຍ ເຊັນສັນຍາ 5 ປີ ພ້ອມເງື່ອນໄຂຂະຫຍານສັນຍາ.
ຂະນະນີ້ ແມນຢູ ກຳລັງເລັ່ງແລ່ນເອກະສານໃຫ້ສຳເລັດ ລວມທັງວີຊ້າ ເພື່ອລັດຟ້າມາສົມທົບທີມຢູ່ ສະຫະລັດ ອາເມຣິກາ ໃນການອຸ່ນເຄື່ອງ ປຣີຊີຊັ່ນ ລາຍການ ແຊ້ມປ້ຽນທົວ. ໂອນານ້າ ຈະເຂົ້າມາແທນທີ່ຂອງ ດາບິດ ເດເກອາ ທີ່ແຍກທາງກັບທີມຫລັງສັນຍາສິ້ນສຸດຈົບລະດູການຜ່ານມາ.
ຜົນງານຂອງ ໂອນານ້າ ລະດູການຜ່ານມາກັບ ອິນເຕີ ຮັກສາຄີນຊີດ ບໍ່ເສຍປະຕູ 8 ນັດ ຈາກ 24 ນັດ ໃນເຊຣີອາ ຊ່ວຍທີມຈົບອັນດັບ 3 ໄດ້ແຊ້ມໂຄປ້າ ອີຕາເລຍ ແລະ ຮອງແຊ້ມ ຢູຟ້າ ແຊ້ມປ້ຽນລີກ ເປັນຜູ້ຮັກສາປະຕູ ທີ່ເສຍປະຕູໜ້ອຍສຸດໃນ ແຊ້ມປ້ຽນລີກ ລະດູການຜ່ານມາ.
ອັງເດຣ ໂອນານ້າ ເປັນນັກເຕະຄົນທີ 2 ທີ່ແມນຢູໄດ້ມາເສີມທັບກ່ອນລະດູການໃໝ່ 2023-24 ຕໍ່ຈາກ ເມສັນ ເມົ້າ ກອງກາງຈາກ ເຊວຊີ ລາຄາ 55 ລ້ານປອນ.