ປາໂບ ມາຣຕິນ ປາເອັຊ ກາຍີຣ້າ ຫລື ກາບີ້ ກອງກາງຮ່າງນ້ອຍ ໄວ 18 ປີ ຊາວສະເປນ (ແອັສປາຍ) ຕົກລົງຕໍ່ສັນຍາກັບຕົ້ນສັງກັດ ບາຣເຊໂລນ້າ ເຖິງປີ 2026 ພາຍຫລັງມີຂ່າວພົວພັນກັບຫລາຍທີມໃຫຍ່ໃນເອີຣົບ ເຊິ່ງການຕໍ່ສັນຍາຄັ້ງນີ້ ກາບີ້ ມີມູນຄ່າຈີກສັນຍາເຖິງ 1 ຕື້ເອີໂຣ.
ກາບີ້ ຄວາມສູງ 173 ຊັງຕີແມັດ ເປັນເດັກປັ້ນຂອງ ບາຣຊ້າ ມາແຕ່ປີ 2010 ກ້າວຂຶ້ນທີມຊຸດໃຫຍ່ໃນປີ 2021 ລົງຫລິ້ນ 57 ນັດ ຍິງ 2 ປະຕູ ແລະ ຕິດທີມຊາດແອັສປາຍຊຸດໃຫຍ່ໃນປີ 2021 ລົງຫລິ້ນ 10 ນັດ ຍິງ 1 ປະຕູ, ຊ່ວຍທີມຊາດແອັສປາຍ ໄດ້ຮອງແຊ້ມ ຢູຟ້າ ເນຊັ່ນລີກ ລະດູການ 2020–21 ເປັນນັກເຕະອາຍຸນ້ອຍສຸດໄດ້ລົງສະໜາມເປັນຕົວຈິງຮັບໃຊ້ທີມຊາດແອັສປາຍ ດ້ວຍອາຍຸ 17 ປີ ພ້ອມກັນນີ້ ກໍສ້າງສະຖິຕິເປັນນັກເຕະອາຍຸນ້ອຍສຸດ ຍິງປະຕູໃຫ້ທີມຊາດແອັສປາຍ ດ້ວຍອາຍຸ 17 ປີ 304 ວັນ ທຳລາຍສະຖິຕິຂອງ ອັນຊູ ຟາຕິ ທີ່ສ້າງໄວ້ໃນປີ 2020 ດ້ວຍອາຍຸ 17 ປີ 311 ວັນ.
Photo: FC Barcelona