ແມນຊິຕີ້ ພົບ ເຊວຊີ, ແມນຢູ ດວນກັບ ວິນລ້າ ຮອບ 3 ຄາຣາບາວ ຄັບ 2022-23

ຜົນຈັບສະຫລາກ ເຕະບານ ຄາຣາບາວ ຄັບ ຫລື ລີກຄັບ ອັງກິດ ລະດູການ 2022-23 ຮອບທີ 3 ໃນວັນທີ 24 ສິງຫາຜ່ານມາ ປະກົດວ່າ: ທີມຈາກ ພຣີເມ່ຍລີກ ພົບກັນຫລາຍທີມ ເປັນຕົ້ນຄູ່ບິກແມັດ: ແມນເຊັສເຕີ ຊິຕີ້ ແຊ້ມ 8 ສະໄໝ ພົບກັບ ເຊວຊີ ຮອງແຊ້ມລະດູການຜ່ານມາ, ແມນຢູ ພົບ ແອັສຕັນ ວິນລ້າ, ອາຣເຊນໍລ ພົບ ໄບຣຕັ້ນ, ນ໊ອດຕິ້ງແຮມ ຟໍເຮັສທ໌ ພົບ ສະເປີ, ວູຟແຮມຕັນ ພົບ ລີດ ຢູໄນເຕັດ, ບຣອນມັດ ພົບ ເອຟເວີຕັນ ແລະ ນິວຄາສເຊິນ ພົບ ຄຣິສຕັນ ພາເລດ.

ຄູ່ອື່ນທີ່ໜ້າສົນໃຈ ໂດຍສະເພາະທີມຈາກ ພຣີເມ່ຍລີກ: ລີເວີພູລ ແຊ້ມເກົ່າ ພົບ ດາບີ້ ເຄົາຕີ້, ເວັສແຮມ ພົບ ແບັກເບີນ ໂຣເວີ, ເລັສເຕີ ພົບ ນິວພ໋ອດ ເຄົາຕີ້, ເຊົາແທ່ມຕັນ ພົບ ເຊຟຟິວ ເວັນສະເດ ແລະ ເບັນຟອດ ພົບ ຈິວລິ້ງແຮມ ຈະແຂ່ງຂັນໃນວັນທີ 8-10 ພະຈິກປີນີ້.

Photo: Chelsea Football Club

Leave a Reply

Your email address will not be published. Required fields are marked *