ແຊ້ມເຕະບານຊາຍ CONCACAF Gold Cup 2023 ໄດ້ຮັບເງິນລາງວັນ 1 ລ້ານໂດລາສະຫະລັດ

ມາເບິ່ງເງິນລາງວັນສຳລັບແຊ້ມ ເຕະບານຊາຍ ລະດັບທີມຊາດ ຊິງແຊ້ມຂົງເຂດອາເມຣິກາເໜືອ, ອາເມຣິກາກາງ ແລະ ຄາຣິບບ້ຽນ ຫລື ຄອນຄາເຄັຟ ໂກລຄັບ 2023 (CONCACAF Gold Cup 2023) ທີ່ສະຫະລັດ ອາເມຣິກາ ແລະ ການາດ້າ ເປັນເຈົ້າພາບຮ່ວມກັນ ພາຍຫລັງສຳເລັດການແຂ່ງຂັນໃນຕົ້ນອາທິດນີ້.

ທີມແຊ້ມ ເມັກຊິໂກ້ (ແມັກຊິກ) ໄດ້ຮັບເງິນລາງວັນ 1 ລ້ານໂດລາສະຫະລັດ, ສ່ວນຮອງແຊ້ມ ທີມຊາດປານາມາ ໄດ້ຮັບເງິນລາງວັນ 5 ແສນໂດລາ, ສ່ວນທີມອື່ນໆອີກ 14 ທີມ ທີ່ຕົກຮອບແບ່ງກຸ່ມ, ຮອບ 8 ທີມ ແລະ 4 ທີມ ໄດ້ທີມລະ 2 ແສນໂດລາ, ລວມເງິນລາງວັນໃນການແຂ່ງຂັນຄັ້ງນີ້ແມ່ນ 4 ລ້ານ 7 ແສນໂດລາ, ເງິນລາງວັນເທົ່າກັບຄັ້ງຜ່ານມາ ປີ 2021.

Photo: Gold Cup, Selección Nacional de México

Leave a Reply

Your email address will not be published. Required fields are marked *