ບາເຢິນ ເປີດໂຕ ຄິມມິນແຈ ກອງຫລັງໂສມຂາວ ຍ້າຍມາຈາກ ນາໂປລີ 50 ລ້ານເອີໂຣ

ບາເຢິນ ມິວນິກ ທີມແຊ້ມ ບຸນເດັສລີກ້າ ເຢຍລະມັນ 11 ລະດູການຕິດຕໍ່ກັນ ເປີດໂຕ ຄິມມິນແຈ ກອງຫລັງໃໝ່ ຊາວສາທາລະນະລັດເກົາຫລີ ທີ່ຍ້າຍມາຈາກ ນາໂປລີ ດ້ວຍຄ່າໂຕ 50 ລ້ານເອີໂຣ ເຊັນສັນຍາ 5 ປີ.

ເສືອໃຕ້ ຕັດໜ້າຫລາຍທີມໃຫຍ່ທີ່ຢາກໄດ້ກອງຫລັງ ໄວ 26 ປີ ມາຮ່ວມທັບ, ຄິມມິນແຈ ກາຍເປັນນັກເຕະຄົນທີ 3 ທີ່ບາເຢິນ ໄດ້ມາເສີມທັບກ່ອນເລີ່ມລະດູການໃໝ່ ຕໍ່ຈາກ ຄອນຣາດ ໄລເມີ ແລະ ຣາຟາເອວ ເກີເຣໂຣ້.

ການຍ້າຍມາ ບາເຢິນ ຄັ້ງນີ້ ເຮັດໃຫ້ ຄິມມິນແຈ ກາຍເປັນນັກເຕະຈາກອາຊີ ທີ່ມີຄ່າໂຕແພງສຸດ ທຳລາຍສະຖິຕິຂອງ ໂຊຢະ ນາກາຊິມ້າ ຕົວບຸກຊາວຍີ່ປຸ່ນ ທີ່ຍ້າຍໄປຢູ່ກັບ ອາວ ດູຮິວ ໃນລີກກາຕ້າ ລາຄາ 35 ລ້ານເອີໂຣ ແລະ ເປັນນັກເຕະຈາກໂສມຂາວຄົນທີສອງຂອງ ບາເຢິນ ມິວນິກ ຕໍ່ຈາກ ຈຸງວູຢ໋ອງ ໃນລະຫວ່າງປີ 2018–2019.

ຜົນງານລະດູການຜ່ານມາຂອງ ຄິມມິນແຈ ກັບ ນາໂປລີ ໃນສັງວຽນ ເຊຣີອາ ຄັ້ງທຳອິດ ລົງຫລິ້ນ 35 ນັດ ຍິງ 2 ປະຕູ ແລະ ລວມທຸກລາຍການໄດ້ລົງຫລິ້ນ 45 ນັດ ຊ່ວຍ ນາໂປລີ ຄວ້າແຊ້ມ ເຊຣີອາ ຄັ້ງທຳອິດໃນຮອບ 33 ປີ ແລະ ສ້າງປະຫວັດສາດເຂົ້າຮອບ 8 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽລີກ ຄັ້ງທຳອິດ.

Photo: FC Bayern München

Leave a Reply

Your email address will not be published. Required fields are marked *