ແຊ້ມເກົ່າ ຄວ້າແຊ້ມສະໜາມທີ 16 ລົດຖີບທາງໄກ ຕູເດີຟຣອງ 2023 ແລະ ຄອງເສື້ອເຫລືອງຕໍ່ໄປ

ການແຂ່ງຂັນ ລົດຖີບທາງໄກ ຕູເດີຟຣອງ ສະໜາມທີ 16 ໃນປີນີ້ ເສັ້ນທາງຈາກເມືອງ ປາສຊີ້ ຫາເມືອງ ຄອມບູ ປະເທດຝຣັ່ງ ເປັນເສັ້ນທາງຈັບເວລາ ໄລຍະທາງ 22.4 ກິໂລແມັດ.

🏁 ປະກົດວ່າ: ແຊ້ມເກົ່າ ໂຢນັສ ວິນເກກ໊າດ ຊາວເດັນມາກ ໄວ 26 ປີ ຈາກທີມ ຈຳໂບ້ ວິສມ້າ ເວລາດີກວ່າໜູ່ 32′ ນາທີ 36 ວິນາທີ ເອົາຊະນະອັນດັບສອງ ທາເດ່ ໂປກາຊ້າ ຊາວສະໂລເວເນຍ (ສະໂລເວນີ້) ຈາກທີມ ຢູເອອີ ເອມີເຣັສ 1′ ນາທີ 38 ວິນາທີ.

ໄຊຊະນະສະໜາມນີ້ ເຮັດໃຫ້ ແຊ້ມເກົ່າ ຍັງຍຶດຕຳແໜ່ງຜູ້ນຳເວລາລວມ ຄອງເສື້ອເຫລືອງຕໍ່ໄປ ເວລາລວມ 63 ຊົ່ວໂມງ 6′ ນາທີ 53 ວິນາທີ, ນຳອັນດັບສອງ 🇸🇮 ທາເດ່ ໂປກາຊ້າ 1′ ນາທີ 48 ວິນາທີ.

ສະໜາມຕໍ່ໄປ ສະໜາມທີ 17 ຈະແຂ່ງຂັນໃນວັນທີ 19 ກໍລະກົດນີ້ ເສັ້ນທາງຈາກເມືອງ ແຊັງເຊີເວ່ ເລແບັງ ຫາເມືອງ ຄູເຊີເວວ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 166 ກິໂລແມັດ.

Photo: Le Tour de France

Leave a Reply

Your email address will not be published. Required fields are marked *