ຜູ້ຈັດການທີມໃໝ່ ສະເປີ ຄຸມທີມນັດທຳອິດ ອຸ່ນເຄື່ອງເສຍໃຫ້ ເວັສແຮມ 2-3

ອັງເກ້ ພັອສເຕໂຄກູ (Ange Postecoglou) ຜູ້ຈັດການທີມໃໝ່ຊາວອົດສະຕຣາລີຂອງສະໂມສອນ ທັອດແນ່ມ ຮັອດສະເປີ ຄຸມທີມນັດທຳອິດ ອຸ່ນເຄື່ອງລາຍການ Asia-Pacific Tour ທີ່ເມືອງເພີດ ປະເທດອົດສະຕຣາລີ ເສຍໃຫ້ ເວັສແຮມ ຢູໄນເຕັດ ເພື່ອນຮ່ວມສັງວຽນ ພຣີເມ່ຍລີກ ແບບຫວຸດວິດ 2-3, ຖືກຂຶ້ນນຳກ່ອນສອງປະຕູຈາກ ແດນນີ້ ອິ້ງ ນາທີ 17′ ແລະ ດີວິນ ຊາກູ ມູບາມ້າ ນາທີ 23′, ສະເປີ ໄລ່ຕີສະເໝີ 2-2 ຈາກ: ໂຈວານີ້ ໂລເຊວໂຊ້ ນາທີ 68′ ແລະ ເດັສຕີນີ້ ອູໂກ້ ນາທີ 71′ ແຕ່ຖືກ ເວັສແຮມ ຍິງປະຕູໄຊຈາກ: ຈານູກ້າ ສະກາມັກກ້າ ນາທີ 78′.

ນັດຕໍ່ໄປ ສະເປີ ຈະພົບກັບ ເລັສເຕີ ຊິຕີ້ ທີ່ສະໜາມຣາຊມັງຄາລາ, ນະຄອນຫລວງບາງກອກ ປະເທດໄທ ວັນທີ 23 ກໍລະກົດນີ້ ເວລາ 17:00.

ຜົນອຸ່ນເຄື່ອງຄູ່ອື່ນທີ່ໜ້າສົນໃຈ: ອາແຈັກ ຊະນະ ຊັກຕ້າ ໂດເນັດ 3-0, ບາເລັນເຊຍ ຊະນະ ນັອດຕິ້ງແຮມ ຟໍເຣັສ 1-0 ແລະ ແຣນເຈີ ເສຍໃຫ້ ນິວຄາສເຊິນ 1-2.

Photo: Tottenham Hotspur

 

Leave a Reply

Your email address will not be published. Required fields are marked *