ເສືອໃຕ້ ບາເຢິນ ມິວນິກ ອຸ່ນເຄື່ອງນັດທຳອິດ ກ່ອນເລີ່ມລະດູການໃໝ່ ດ້ວຍການບຸກຖະຫລົ່ມ ເອັຟຊີ ຣັອດເທັກ ອີເກິນ (FC Rottach-Egern) ທີມສະໝັກຫລິ້ນໃນເຢຍລະມັນ ເຖິງ 27-0, ເຄິ່ງເວລາທີໜຶ່ງຍິງ 18-0 ປະຕູ, ໃນນີ້ ຂຸນພົນເສືອໃຕ້ຍິງປະຕູໄດ້ເຖິງ 13 ຄົນ, ຢາມາວ ມູເຊຍລ້າ, ມາທິສ ເທວ ແລະ ມາຣເຊວ ສະບິດເຊີ ຍິງຜູ້ລະ 5 ປະຕູ, ແຊັກ ຫງ່າບຣີ້ 3 ປະຕູ, ອາວຟຣອງໂຊ້ ເດວິສ, ນູໄຊ ມາສຣາອຸຍ, ດາໂຢ້ ອູປາເມກາໂນ້, ເລຣອຍ ຊາເນ່, ໄຮອັ້ນ ກຣາເວັນເບັກ, ຄິງສະລີ້ ໂຄມ໋ອງ, ຊາດີໂອ ມາເນ່ ລວມທັງ ຄອນຣາດ ໄລເມີ ແລະ ຣາຟາເອວ ເກີເຣໂຣ້ ສອງນັກເຕະໃໝ່ ຍິງຜູ້ລະປະຕູ.
ກ່ອນໜ້ານີ້ ບາເຢິນ ເຄີຍຖະຫລົ່ມ ເອັຟຊີ ຣັອດເທັກ ອີເກິນ ມາແລ້ວ 23-0 ໃນປີ 2019, ນັດຕໍ່ໄປ ກອງທັບເສືອໃຕ້ ຈະພົບກັບ ແມນເຊັສເຕີ ຊິຕີ້ ລາຍການ Audi Summer Tour ທີ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ວັນທີ 26 ກໍລະກົດນີ້.
Photo: FC Bayern München