ຣໍຣີ້ ແມັກອິວຣອຍ ນັກກັອຟຊາວອຽກລັງເໜືອ ສາມາດຄວ້າແຊ້ມກັອຟ ເຈເນຊິສ ສະກັອດຕິສ ໂອເພັນ ຄັ້ງທຳອິດ ພາຍຫລັງ 4 ວັນ ເກັບໄດ້ −15 ອັນເດີພາຣ ເອົາຊະນະ ໂຣເບີດ ແມັກກິນທາຍ ຈາກເຈົ້າພາບ 1 ສະໂຕຣກ ຮັບຂັນແຊ້ມ ພ້ອມເງິນລາງວັນ 1,620,000 ໂດລາສະຫະລັດ.
ການເປັນແຊ້ມລາຍການນີ້ ໄດ້ສ້າງຄວາມໝັ້ນໃຈໃຫ້ ແມັກອິວຣອຍ ກ່ອນລຸ້ນແຊ້ມເມເຈີ The Open Championship 2023 ທີ່ຈະແຂ່ງຂັນໃນລະຫວ່າງວັນທີ 20–23 ກໍລະກົດນີ້, ທີ່ສະໜາມ Royal Liverpool Golf Club ປະເທດອັງກິດ.
Photo: PGA