ການແຂ່ງຂັນເຕະບານຍິງ ຊິງແຊ້ມໂລກ ຄັ້ງທີ 9 ໃນລະຫວ່າງວັນທີ 20 ກໍລະກົດ – 20 ສິງຫາ 2023 ທີ່ປະເທດອົດສະຕຣາລີ ແລະ ນິວຊີແລນ (ນູແວນເຊລັງ) ເປັນເຈົ້າພາບຮ່ວມກັນຄັ້ງທຳອິດ ໃກ້ຈະເປີດສາກຂຶ້ນແລ້ວ, ໃນບົດຂ່າວນີ້ ຈະພາບັນດາທ່ານມາເບິ່ງທີມທີ່ໄດ້ແຊ້ມ ບານໂລກ ເພດຍິງ ຫລາຍສຸດ ໃນການແຂ່ງຂັນ 8 ຄັ້ງຜ່ານມາ.
ຄັ້ງທຳອິດ ປີ 1991 ທີ່ປະເທດຈີນ ເປັນເຈົ້າພາບ ແຊ້ມແມ່ນ ສະຫະລັດ ອາເມຣິກາ ຮອບຊິງຊະນະເລີດ ເອົາຊະນະ ນໍຣເວ (ນອກແວ) 2–1.
ຄັ້ງທີ 2 ປີ 1995 ທີ່ປະເທດສະວີເດັນ (ຊູແອັດ) ເປັນເຈົ້າພາບ ແຊ້ມແມ່ນ ທີມຊາດນໍຣເວ (ນອກແວ) ຊະນະ ເຢຍລະມັນ 2–0.
ຄັ້ງທີ 3 ປີ 1999 ທີ່ສະຫະລັດ ອາເມຣິກາ ເປັນເຈົ້າພາບ ແຊ້ມແມ່ນ ເຈົ້າພາບ ຊະນະດວນຈຸດໂທດ ສປ ຈີນ 5–4 ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 0–0.
ຄັ້ງທີ 4 ປີ 2003 ສະຫະລັດ ອາເມຣິກາ ເປັນເຈົ້າພາບອີກຄັ້ງ ແຊ້ມແມ່ນ ເຢຍລະມັນ ຊະນະ ສະວີເດັນ (ຊູແອັດ) ໃນການຕໍ່ເວລາພິເສດ 2–1 ເວລາປົກກະຕິສະເໝີກັນ 1–1.
ຄັ້ງທີ 5 ປີ 2007 ທີ່ປະເທດຈີນ ເປັນເຈົ້າພາບ ແຊ້ມແມ່ນ ເຢຍລະມັນ ຊະນະ ເບຣຊິນ 2–0, ເຢຍລະມັນ ເປັນຊາດທຳອິດສາມາດປ້ອງກັນແຊ້ມໄດ້.
ຄັ້ງທີ 6 ປີ 2011 ທີ່ເຢຍລະມັນ ເປັນເຈົ້າພາບ ແຊ້ມແມ່ນ ຍີ່ປຸ່ນ ຊະນະດວນຈຸດໂທດ ສະຫະລັດ ອາເມຣິກາ 3–1 ເວລາປົກກະຕິສະເໝີກັນ 1–1 ຕໍ່ເວລາພິເສດສະເມີກັນ 2–2 ຍີ່ປຸ່ນ ເປັນຊາດທຳອິດຈາກອາຊີ ໄດ້ແຊ້ມໂລກ.
ຄັ້ງທີ 7 ປີ 2015 ປະເທດການາດ້າ ເປັນເຈົ້າພາບ ແຊ້ມແມ່ນ ສະຫະລັດ ອາເມຣິກາ ຊະນະ ຍີ່ປຸ່ນ 5–2.
ແລະ ຄັ້ງທີ 8 ຄັ້ງຫລັງສຸດ ປີ 2019 ຝຣັ່ງ ເປັນເຈົ້າພາບ ແຊ້ມແມ່ນ ສະຫະລັດ ອາເມຣິກາ ຊະນະ ເນເທີແລນ (ໂຮນລັງ) 2–0, ອາເມຣິກາ ເປັນຊາດທີສອງ ທີ່ສາມາດປ້ອງກັນແຊ້ມໄດ້ ຕໍ່ຈາກ ເຢຍລະມັນ.
ສະຫລຸບແລ້ວ 8 ຄັ້ງຜ່ານມາ ທີມທີ່ໄດ້ແຊ້ມ ບານໂລກ ເພດຍິງ ຫລາຍສຸດແມ່ນ ສະຫະລັດ ອາເມຣິກາ ເປັນແຊ້ມ 4 ສະໄໝ, ຮອງລົງມາ ເຢຍລະມັນ ແຊ້ມ 2 ສະໄໝ, ນໍຣເວ (ນອກແວ) ແລະ ຍີ່ປຸ່ນ ໄດ້ແຊ້ມທີມລະໜຶ່ງສະໄໝ.
ສະນັ້ນ, ການແຂ່ງຂັນຄັ້ງທີ 9 ໃນປີ 2023 ນີ້ ຖ້າ ສະຫະລັດ ອາເມຣິກາ ເປັນແຊ້ມ ຈະສ້າງປະຫວັດສາດໜ້າໃໝ່ ເປັນທີມທຳອິດໄດ້ແຊ້ມ 3 ຄັ້ງຕິດຕໍ່ກັນ.
Photo: FIFA Womens WorldCup 2023