ການຈັດອັນດັບໂລກ ບານສົ່ງໃນຮົ່ມຍິງຫລ້າສຸດ ຫລັງຈົບການແຂ່ງຂັນລາຍການ ເນຊັ່ນລີກ 2023 ທ້າຍອາທິດຜ່ານມາ, ປະກົດວ່າ: ຕູຣາເຄຍ (ຕວກກີ້) ທີ່ສ້າງປະຫວັດສາດໄດ້ແຊ້ມຄັ້ງທຳອິດ ອັນດັບໂລກຫຍັບຂຶ້ນ 4 ອັນດັບ ມາເປັນເບີ 1 ຂອງໂລກ ມີຄະແນນສະເລ່ຍ 365.64, ຂະນະທີ່ ສປ ຈີນ ຮອງແຊ້ມ ຢູ່ອັນດັບ 6 ມີ 345.20 ຄະແນນ.
ອັນດັບ 2 ຂອງໂລກແມ່ນ ສະຫະລັດ ອາເມຣິກາ ທີມອັນດັບ 4 ເນຊັ່ນລີກ 2023 ມີ 358.45 ຄະແນນ, ທີ 3 ອີຕາລີ ມີ 354.41 ຄະແນນ, ທີ 4 ເບຣຊິນ ມີ 346.21 ຄະແນນ, ທີ 5 ເຊີເບຍ (ແຊັກບີ້) ມີ 345.74 ຄະແນນ.
ອັນດັບ 7 ໂປແລນ (ໂປໂລຍ) ທີມອັນດັບ 3 ເນຊັ່ນລີກ ປີນີ້, ທີ 8 ຍີ່ປຸ່ນ, 9 ສາທາລະນະລັດ ໂດມີນີກັນ ແລະ ທີ 10 ເນເມີແລນ (ໂຮນລັງ), ຂະນະທີ່ ໄທ ຢູ່ອັນດັບທີ 15 ຂອງໂລກ, ສາທາລະນະລັດເກົາຫລີ ອັນດັບທີ 35 ຂອງໂລກ.
Photo: Volleyball World