ບາຣເຊໂລນ້າ ທີມແຊ້ມ ລາລີກ້າ ລະດູການຫລັງສຸດ ເປີດໂຕ ອີຄາຍ ກຸນໂດກັນ ກອງກາງຊາວເຢຍລະມັນ ຈາກ ແມນຊິຕີ້ ເຊັນສັນຍາ 2 ປີ, ກອງກາງ ໄວ 32 ປີ ບໍ່ຂະຫຍາຍສັນຍາກັບທັບເຮືອໃບ ໂດຍເລືອກອຳລາທີມເພື່ອໄປຫາປະສົບການ ແລະ ຄວາມທ້າທາຍໃໝ່.
ລະດູການ 2022-23 ກຸນໂດກັນ ໄດ້ລົງຫລິ້ນເຖິງ 51 ນັດ ລວມທຸກລາຍການ ຍິງ 11 ປະຕູ ແລະ ຍິງ 6 ຈາກ 7 ນັດສຸດທ້າຍຂອງລະດູການ ລວມທັງຍິງໜຶ່ງປະຕູຊ່ວຍ ແມນຊິຕີ້ ຊະນະ ແມນຢູ 2-1 ຄວ້າແຊ້ມ ເອັຟເອຄັບ ແລະ ໄດ້ລົງເຕັມເກມ ຮອບຊິງ ຢູຟ້າ ແຊ້ມປ້ຽນລີກ ກັບ ອິນເຕີ ມິລານ ຊ່ວຍທີມສ້າງປະຫວັດສາດຄວ້າ 3 ແຊ້ມ.
Photo: FC Barcelona