ໂນວັກ ໂຢໂຄວິກ ນັກເທັນນິສ ມື 2 ຂອງໂລກ ຈາກເຊີເບຍ (ແຊັກບີ້) ໄວ 36 ປີ ຖືກປັບໄໝ 8,000 ໂດລາສະຫະລັດ ຈາກກໍລະນີລະເບີດອາລົມ ຟາດໄມ້ຕີເທັນນິສໃສ່ຫົວເສົາຕາໜ່າງ ໃນຮອບຊິງຊະນະເລີດ ເທັນນິສ ວິມເບີດັນ 2023 ເສຍໃຫ້ ຄາລັອສ ອາວຄາຣາຊ ມື 1 ຂອງໂລກ ຊາວສະເປນ (ແອັສປາຍ) 2-3 ເຊັດ ພາດໂອກາດຄວ້າແຊ້ມແກຣນສະແລມສະໄໝທີ 24 ແລະ ຄອງແຊ້ມລາຍການນີ້ສູງສຸດ 8 ສະໄໝ ທຽບເທົ່າກັບ ໂຣເຈີ ເຟດເດີເຣີ.
Photo: Wimbledon