ສະໜາມຄໍ້ານູ ຂອງບາຣເຊໂລນ້າ ກຳລັງສ້ອມແປງຕໍ່ເຕີມອັດສະຈັນໃຫ້ບັນຈຸຜູ້ຊົມໄດ້ 105,000 ຄົນ ດ້ວຍງົບ €1.45 ຕື້ເອີໂຣ

ສະໜາມຄໍ້ານູ ຂອງສະໂມສອນ ບາຣເຊໂລນ້າ ກຳລັງໄດ້ຮັບການສ້ອມແປງຕໍ່ເຕີມອັດສະຈັນໃຫ້ສາມາດບັນຈຸຜູ້ຊົມໄດ້ 105,000 ຄົນ ດ້ວຍງົບການປັບປຸງ €1.45 ຕື້ເອີໂຣ ຄາດວ່າຈະສຳເລັດໃນປີ 2026. ໂດຍ ບາຣຊ້າ ຈະນຳໃຊ້ສະໜາມໂອລິມປິກຂອງສະເປນ (ແອັສປາຍ) ເປັນສະໜາມຫລັກຊົ່ວຄາວ ເຊິ່ງໃກ້ກັບສະໜາມຄໍ້ານູ.

ສຳລັບ ສະໜາມຄໍ້ານູ ເລີ່ມກໍ່ສ້າງໃນປີ 1954 ສຳເລັດໃນປີ 1957 ບັນຈຸຜູ້ຊົມໄດ້ 90,000 ກວ່າຄົນ, ເຄີຍຕໍ່ເຕີມອັດສະຈັນມາແລ້ວ 2 ຄັ້ງ ປີ 1982 ແລະ 1994.

Photo: FC Barcelona

Leave a Reply

Your email address will not be published. Required fields are marked *