ຕູຣາເຄຍ ທີມແຊ້ມ ບານສົ່ງໃນຮົ່ມຍິງ ເນຊັ່ນລີກ 2023 ໄດ້ຮັບເງິນລາງວັນ 1 ລ້ານໂດລາສະຫະລັດ

ທີມຊາດຕູຣາເຄຍ (ຕວກກີ້) ທີມແຊ້ມ ບານສົ່ງໃນຮົ່ມຍິງ ເນຊັ່ນລີກ 2023 ໄດ້ຮັບເງິນລາງວັນ 1 ລ້ານໂດລາສະຫະລັດ. ອັນດັບ 2 ສປ ຈີນ ໄດ້ຮັບ 5 ແສນໂດລາ, ທີ 3 ໂປແລນ (ໂປໂລຍ) ໄດ້ 3 ແສນໂດລາ, ທີ 4 ສະຫະລັດ ອາເມຣິກາ ໄດ້ຮັບ 180,000 ໂດລາ.

ທີ 5 ເບຣຊິນ ໄດ້ຮັບ 130,000 ໂດລາ, ທີ 6 ອີຕາລີ  ໄດ້ 85,000 ໂດລາ, ທີ 7 ຍີ່ປຸ່ນ ໄດ້ຮັບ 65,000 ໂດລາ ແລະ ທີ 8 ເຢຍລະມັນ ໄດ້ຮັບ 40,000 ໂດລາສະຫະລັດ.

ສຳລັບ ເພດຊາຍ ຮອບ 8 ທີມສຸດທ້າຍ ຈະແຂ່ງຂັນໃນລະຫວ່າງວັນທີ 19-23 ກໍລະກົດ 2023 ນີ້ ທີ່ສະໜາມເອີໂກ້ ອາຣີນ້າ, ປະເທດໂປໂລຍ, ສະຫະລັດ ອາເມຣິກາ ຮອງແຊ້ມຄັ້ງຜ່ານມາ ພົບ ຝຣັ່ງ ແຊ້ມເກົ່າ, ອີຕາລີ ພົບ ອາກຊັງຕິນ, ຈະແຂ່ງຂັນວັນທີ 19 ກໍລະກົດນີ້, ຍີ່ປຸ່ນ ພົບກັບ ສະໂລເວນີ້ ແລະ ໂປໂລຍ ພົບ ເບຮຊິນ.

Photo: Volleyball World

Leave a Reply

Your email address will not be published. Required fields are marked *