ສຳເລັດແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ ຊິງລາງວັນ ປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ປະຈຳປີ 2023

ການເເຂ່ງຂັນຄັ້ງນີ້ ຈັດຂຶ້ນທີ່ເດີ່ນດອກປີກໄກ່ ເຟຣນຊິບ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ແຂ່ງຂັນລະຫວ່າງວັນທີ 14-16 ກໍລະກົດນີ້, ໂດຍມີນັກກິລາເຂົ້າຮ່ວມທັງຫມົດ 112 ຄົນ, ຍິງ 21 ຄົນ ຮ່ວມຊິງໄຊໃນ 7 ລາຍການຄື: ດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ, ຄູ່ຊາຍ ອາຍຸບໍ່ເກີນ 17 ປີ, ຄູ່ຊາຍສະຫມັກຫລິ້ນ, ດ່ຽວຊາຍທົ່ວໄປ, ຄູ່ຊາຍທົ່ວໄປ, ຄູ່ຍິງທົ່ວໄປ ແລະ ຄູ່ປະສົມທົ່ວໄປ.

ຜ່ານການແຂ່ງຂັນ ແຊ້ມປະເພດດ່ຽວຊາຍທົ່ວໄປ ເປັນຂອງ ມານັດ ເພຍສຸລິນ ຈາກສະໂມສອນ ກັບຕັນ ຮອບຊິງເອົາຊະນະ ພອນສັກ ໂຊທະວີ ຈາກສະໂມສອນ ແລັບດອກ 2-0 ເກມ, ຮັບຫຼຽນຊະນະເລີດ ພ້ອມເງິນລາງວັນ 4 ລ້ານກີບ, ຮອງແຊ້ມໄດ້ຮັບຫຼຽນ ພ້ອມເງິນລາງວັນ 3 ລ້ານກີບ, ສ່ວນອັນດັບທີ 3 ຮ່ວມແມ່ນ ພຸດສະຫວັນ ຈາກສະໂມສອນ ກັບຕັນ ແລະ ຜາໄຊ ແສງຈະເລີນ ຈາກສະໂມສອນ ແລັບດອກ ຮັບຫຼຽນ ພ້ອມເງິນລາງວັນ 2 ລ້ານກີບ.

ສ່ວນປະເພດຄູ່ຊາຍທົ່ວໄປ: ບຸນປະເສີດ ຄູ່ກັບ ພຸດສະຫວັນ ຈາກສະໂມສອນກັບຕັນ ແຊງເອົາຊະນະ ນາມບຸນ ຄູ່ກັບ ດາວມີໄຊ ຈາກສະໂມສອນແລັບດອກ 2-1 ເກມ. ຮັບຫຼຽນຊະນະເລີດ ພ້ອມເງິນລາງວັນ 5 ລ້ານກີບ, ທີສອງ ໄດ້ຮັບຫຼຽນ ພ້ອມເງິນລາງວັນ 3 ລ້ານກີບ, ສ່ວນອັນດັບທີ 3 ຮ່ວມ ແມ່ນ ມານັດ ຄູ່ກັບ ໂພທິສານ ຈາກສະໂມສອນກັບຕັນ ແລະ ວິທະຍາ ຄູ່ກັບ ສົມສຸກ ຈາກສະໂມສອນແລັບດອກ ຮັບຫຼຽນ ພ້ອມເງິນລາງວັນ 2 ລ້ານກີບ.

ຄູ່ປະສົມທົ່ວໄປ: ແຊ້ມແມ່ນ ນາມບຸນ ຄູ່ກັບ ທິດາຈັນ ຈາກສະໂມສອນ ແລັບດອກ ຮັບຫຼຽນຊະນະເລີດ ພ້ອມເງິນລາງວັນ 4 ລ້ານກີບ, ຮອງແຊ້ມ ບຸນປະເສີດ ຄູ່ກັບ ອາວູ ຈາກສະໂມສອນກັບຕັນ ຮັບຫຼຽນ ພ້ອມເງິນລາງວັນ 3 ລ້ານກີບ, ອັນດັບທີ 3 ຮ່ວມ ແມ່ນ ໂພທິພອນ ຄູ່ກັບ ວິລະກອນ ຈາກສະໂມສອນກັບຕັນ ແລະ ດາວມີໄຊ ຄູ່ກັບ ອອນລີທູ ຈາກສະໂມສອນແລັບດອກ ຮັບຫຼຽນ ພ້ອມເງິນລາງວັນ 2 ລ້ານກີບ.

ຄູ່ຍິງທົ່ວໄປ: ແຊ້ມ ທິດາຈັນ ຄູ່ກັບ ພຸດສະຫວັນ ຈາກສະໂມສອນ ແລັບດອກ ຮັບຫຼຽນຊະນະເລີດ ພ້ອມເງິນລາງວັນ 3 ລ້ານກີບ, ຮອງແຊ້ມ ວິລະກອນ ຄູ່ກັບ ປາວິນາ ຈາກສະໂມສອນ ກັບຕັນ ຮັບຫຼຽນ ພ້ອມເງິນລາງວັນ 2 ລ້ານກີບ, ສ່ວນອັນດັບທີ 3 ຮ່ວມ ປະທຸມພອນ ຄູ່ກັບ ອຸດາວຽງ ຈາກສະໂມສອນ ເຟຣນຊິບ ແລະ ນະພາວັນ ຄູ່ກັບ ອາວຸ ຈາກສະໂມສອນກັບຕັນ ຮັບຫຼຽນ ພ້ອມເງິນລາງວັນ 1 ລ້ານກີບ.

ດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ: ແຊ້ມ ຊະນະ ສີຣິສັກ ຈາກສະໂມສອນ LGB ຮັບຫຼຽນຊະນະເລີດ ພ້ອມເງິນລາງວັນ 3 ລ້ານກີບ, ຮອງແຊ້ມ ມານະສິນ ຈາກສະໂມສອນກັບຕັນ ຮັບຫຼຽນ ພ້ອມເງິນລາງວັນ 2 ລ້ານກີບ, ສ່ວນອັນດັບທີ 3 ຮ່ວມ ພູບັນດິດ ຈາກສະໂມສອນ ວິກເຕີລີ້ 1268 ແລະ ອານຸສິນ ຈາກສະໂມສອນ LGB ຮັບຫຼຽນ ພ້ອມເງິນລາງວັນ 1 ລ້ານກີບ.

ຄູ່ຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ: ແຊ້ມ ຊະນະ ສີຣິສັກ ຄູ່ກັບ ມານະສິນ ຮັບຫຼຽນຊະນະເລີດ ພ້ອມເງິນລາງວັນ 4 ລ້ານກີບ, ຮອງແຊ້ມ ສຸລິເດດ ຄູ່ກັບ ສຸພະສອນ ຮັບຫຼຽນ ພ້ອມເງິນລາງວັນ 3 ລ້ານກີບ, ສ່ວນອັນດັບທີ 3 ຮ່ວມ ວາລັນ ຄູ່ກັບ ທະນົງສັກ ຈາກສະໂມສອນ ວິນເນີ ຫຼວງພະບາງ ແລະ ທະວັດສິນ ຄູ່ກັບ ເພັດສະນະກອນ ຮັບຫຼຽນ ພ້ອມເງິນລາງວັນ 2 ລ້ານກີບ.

ຄູ່ຊາຍສະຫມັກຫລິ້ນ: ແຊ້ມ ແສງປະເສີດ ຄູ່ກັບ ສຸລິໄຊ ຈາກສະໂມສອນ ເຟຣນຊິບ ຮັບຫຼຽນຊະນະເລີດ ພ້ອມເງິນລາງວັນ 5 ລ້ານກີບ, ຮອງແຊ້ມ ພຸດທະວົງ ຄູ່ກັບ ສອນວິຈິດ ຈາກສະໂມສອນ ເຟຣນຊິບ ຮັບຫຼຽນ ພ້ອມເງິນລາງວັນ 3 ລ້ານກີບ, ສ່ວນອັນດັບທີ 3 ຮ່ວມ ປິຍະບຸດ ຄູ່ກັບ ສົມພອນ ຈາກສະໂມສອນ ເຟຣນຊິບ ແລະ ສິດປະເສີດ ຄູ່ກັບ ສຸພະໄຊ ຈາກສະໂມສອນ KT ກອນ ຮັບຫຼຽນ ພ້ອມເງິນລາງວັນ 2 ລ້ານກີບ.

ໃຫ້ກຽດມອບຫຼຽນ ແລະ ເງິນລາງວັນໂດຍ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ, ພ້ອມດ້ວຍ ທ່ານຮອງປະທານ, ເລຂາທິການ ແລະ ຄະນະບໍລິຫານສະຫະພັນດອກປີກໄກ່ແຫ່ງຊາດລາວ

Photo: Lao Sport Media

Leave a Reply

Your email address will not be published. Required fields are marked *