ລີເວີພູລ ແລະ ນິວຄາສເຊິນ ຢູໄນເຕັດ ຖືກສະມາຄົມບານເຕະອັງກິດ ຫລື FA ປັບໄໝ 238 ລ້ານກວ່າກີບ ຈາກກໍລະນີ ຄະນະຄູຝຶກຂອງທັງສອງທີມສະແດງພຶດຕິກຳບໍ່ເໝາະສົມ ມີປາກສຽງຜິດຖຽງກັນຮຸນແຮງ ລະຫວ່າງການແຂ່ງຂັນ ພຣີເມ່ຍລີກ ນັດທີ່ຫົງແດງ ລີເວີພູລ ເປີດບ້ານແຊງຊະນະ ນິວຄາສເຊິນ ແບບຫວຸດວິດ 2-1 ໃນວັນທີ 1 ກັນຍາຜ່ານມາ.
ຊຶ່ງເຫດການວຸ້ນວາຍດັ່ງກ່າວ ເກີດຂຶ້ນຫລັງ ລີເວີພູລ ໄດ້ປະຕູໄຊ ນາທີ 98′ ຈາກ ຟາບີໂອ ຄາວັນໂຢ້ ຈາກນັ້ນ ຈອນ ແອັກເທີເບີກ ຜູ້ຊ່ວຍ ເຈີເກັນ ຄັອບ ແລະ ແດນ້ຽວ ຮັອດ ຜູ້ຊ່ວຍ ແອັດດີ້ ຮາວ ເກີດການປະທະອາລົມກັນ ເປັນພຶດຕິກຳທີ່ບໍ່ເໝາະສົມ ມີປາກສຽງຜິດຖຽງກັນຮຸນແຮງ ເຮັດໃຫ້ FA ປັບໄໝ ລີເວີພູລ 7000 ປອນ ຫລື ປະມານ 128 ລ້ານກວ່າກີບ ແລະ ປັບໄໝ ນິວຄາສເຊິນ 6000 ປອນ ຫລື ປະມານ 110 ລ້ານກວ່າກີບ ພ້ອມກັບສັ່ງຫ້າມລົງສະໜາມ 1 ນັດ.
ສຳລັບ ລີເວີພູລ ຕາມຕາຕະລາງມີເກມ ພຣີເມ່ຍລີກ ຈະໄປຢາມ ເຊວຊີ ໃນທ້າຍອາທິດນີ້ ແຕ່ຖືກເລື່ອນອອກໄປ ຍ້ອນການສິ້ນພະຊົນຂອງ ສົມເດັດ ພະຣາຊະນີ ອາລິຊາເບັດ ທີສອງ ແລະ ຈະກັບມາແຂ່ງຂັນອີກຄັ້ງຫລັງເກມທີມຊາດ ໂດຍຈະເປີດບ້ານພົບກັບ ໄບຣຕັ້ນ ໃນວັນທີ 1 ຕຸລາ. ຂະນະທີ່ ນິວຄາສເຊິນ ຈະເປີດບ້ານພົບກັບ ບຣອນມັດ ໃນວັນທີ 17 ກັນຍານີ້.
Photo: Daily Mail