ໄດ້ແຊ້ມໜ້າໃໝ່! ລົດຖີບທາງໄກ ຕູເດີຟຣອງ 2023 ສະໜາມທີ 15 ສ່ວນ ແຊ້ມເກົ່າ ຍັງຄອງເສື້ອເຫລືອງ

ບັນຍາກາດການແຂ່ງຂັນ ລົດຖີບທາງໄກ ຕູເດີຟຣອງ ສະໜາມທີ 15 ໃນປີນີ້! ເສັ້ນທາງຈາກເມືອງ ເລເກັດ ຫາເມືອງ ແຊັງເຊີເວ່ ເລແບັງ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 179 ກິໂລແມັດ.

🏁 ປະກົດວ່າ: ໄດ້ແຊ້ມໜ້າໃໝ່ ວູດ ໂພເອວ ນັກກິລາຊາວເນເທີແລນ (ໂຮນລັງ) ໄວ 35 ປີ ຈາກທີມ ບາເຣນ ວິກຕໍຣ້ຽດ ເວລາ 4 ຊົ່ວໂມງ 40 ນາທີ 45 ວິນາທີ ເອົາຊະນະ ວູດ ຟານ ເອີດ ຊາວເບວຢ້ຽມ (ແບນຊິກ) ຈາກທີມ ຈຳໂບ້ ວິສມ້າ 2 ນາທີ 8 ວິນາທີ.

ຜ່ານໄປ 15 ສະໜາມ ຜູ້ນຳເວລາລວມ ຄອງເສື້ອເຫລືອງ ຍັງຄົງແມ່ນແຊ້ມເກົ່າ 🇩🇰 ໂຢນັສ ວິນເກກ໊າດ ຊາວເດັນມາກ ເວລາລວມ 62 ຊົ່ວໂມງ 34 ນາທີ 17 ວິນາທີ, ນຳອັນດັບສອງ 🇸🇮 ທາເດ່ ໂປກາຊ້າ ຊາວສະໂລເວເນຍ (ສະໂລເວນີ້) 10 ວິນາທີ.

ສະໜາມຕໍ່ໄປ ສະໜາມທີ 16 ຈະແຂ່ງຂັນໃນວັນທີ 18 ກໍລະກົດນີ້ ເສັ້ນທາງຈາກເມືອງ ປາສຊີ້ ຫາເມືອງ ຄອມບູ ປະເທດຝຣັ່ງ ເປັນເສັ້ນທາງຈັບເວລາ ໄລຍະທາງ 22.4 ກິໂລແມັດ.

Photo: Le Tour de France

Leave a Reply

Your email address will not be published. Required fields are marked *