ຈິວເລໂມ້ ໂອຊົວ ຜູ້ຮັກສາປະຕູ ໄວ 38 ປີ ຄວ້າລາງວັນຜູ້ຮັກສາປະຕູດີເດັ່ນໃນການແຂ່ງຂັນເຕະບານ ລະດັບທີມຊາດ ຊິງແຊ້ມຂົງເຂດອາເມຣິກາເໜືອ, ອາເມຣິກາກາງ ແລະ ຄາຣິບບ້ຽນ ຫລື ຄອນຄາເຄັຟ ໂກລຄັບ 2023 (CONCACAF Gold Cup 2023) ທີ່ສະຫະລັດ ອາເມຣິກາ ແລະ ການາດ້າ ເປັນເຈົ້າພາບຮ່ວມກັນ, ໂອຊົວ ພາຊາດບ້ານເກີດທີມຊາດເມັກຊິໂກ້ (ແມັກຊິກ) ຄອງແຊ້ມລາຍການນີ້ ຫລາຍສຸດ ສະໄໝທີ 12 ແລະ ສ້າງປະຫວັດສາດເປັນນັກເຕະຄົນທຳອິດໄດ້ແຊ້ມ CONCACAF Gold Cup ຫລາຍສຸດ 5 ສະໄໝ 2009, 2011, 2015, 2019 ແລະ 2023.
ຂະນະທີ່ ລາງວັນນັກເຕະດີເດັ່ນເປັນຂອງ ອາດາວແບໂຕ້ ອາຣາສຈິວລ້າ ກອງກາງ ໄວ 24 ປີ ຂອງທີມຊາດປານາມາ ທີມຮອງແຊ້ມ, ລາງວັນດາວຍິງສູງສຸດເປັນຂອງ ເຈຊຸສ ເຟີເຣຣ້າ ທີມຊາດສະຫະລັດ ອາເມຣິກາ ເຊື້ອສາຍໂຄລົມເບຍ (ໂຄໂລມບີ) ຍິງ 7 ປະຕູ ແລະ ລາງວັນທີມມາລະຍາດດີເດັ່ນເປັນຂອງ ສະຫະລັດ ອາເມຣິກາ ເຈົ້າພາບຮ່ວມ.
Photo: Gold Cup, Selección Nacional de México