ເມລິສຊ້າ ວາຣກັສ ນັກກິາບານສົ່ງຍິງ ໄວ 23 ປີ ຊາວຕູຣາເຄຍ (ຕວກກີ້) ເຊື້ອສາຍຄິວບາ (ກູບາ) ກວາດ 2 ລາງວັນ ການແຂ່ງຂັນບານສົ່ງໃນຮົ່ມຍິງ ລະດັບໂລກ ລາຍການ ເນຊັ່ນລີກ 2023 ຄືາງວັນ: ນັກກິລາດີເດັ່ນ MVP ແລະ ຈອມຕົບວົງໃນດີເດັ່ນ (Best opposite spiker) ກາຍເປັນຄັ້ງທຳອິດທີ່ ເມລິສຊ້າ ວາຣກັສ ໄດ້ສອງລາງວັນນີ້ ພາຍຫລັງພາທີມຊາດຕູຣາເຄຍ ສ້າງປະຫວັດສາດຄວ້າແຊ້ມລາຍການນີ້ຄັ້ງທຳອິດ ດ້ວຍການຊະນະ ທີມຊາດຈີນ 3-1 ເຊັດ: 25-22, 22-25, 25-19 ແລະ 25-16.
ສ່ວນ ຈີເຊັມ ອໍເກ້ ນັກກິລາຈາກທີມແຊ້ມ ໄດ້ລາງວັນລິເບໂຣ້ ດີເດັ່ນ (Best libero) ລວມທັງ ເຊຣ້າ ກູເນັສ ອີກໜຶ່ງນັກກິລາຈາກທີມແຊ້ມ ໄດ້ລາງວັນຕົວບັອກດີເດັ່ນ (Best middle blockers) ຮ່ວມກັບ ຢວນຊິນເຢຍ ຈາກຈີນ, ຂະນະທີ່ ລາງວັນຕົວຊູບານດີເດັ່ນ (Best setter) ເປັນຂອງ ຕ້ຽວ ຫລິນຢູ໋ ຈາກຈີນ ແລະ ລາງວັນຕົວຕົບວົງນອກດີເດັ່ນ (Best outside spikers) ເປັນຂອງ ຫລີ ຢິ່ງຢິ່ງ ຈາກຈີນ ແລະ ມາຣຕີນ້າ ລູກາຊິກ ຈາກໂປແລນ (ໂປໂລຍ).
Photo: Volleyball World