ທາງການ! ບຸນພະຈັນ ບຸນກອງ ສູນໜ້າທີມຊາດລາວ ກາຍເປັນນັກເຕະບານລາວຄົນທຳອິດ ໃນສັງວຽນລີກສູງສຸດຂອງ ກຳປູເຈຍ ກັບສະໂມສອນ ສະເວຣຽງ ເອັຟຊີ.
ນ້ອງໄກ່ ບຸນພະຈັນ ອຳລາສະໂມສອນ ຊ້າງນ້ອຍ ເອັຟຊີ ພາຍຫລັງພາທີມປ້ອງກັນແຊ້ມ ລາວລີກ 1 ປີ 2023 ດ້ວຍສະຖິຕິໄຮ້ປະລາໄຊ 2 ປີຕິດຕໍ່ກັນ. ໂດຍທາງຕົ້ນສັງກັດໃໝ່ຍັງບໍ່ເປີດເຜີຍເນື້ອໃນສັນຍາ ແຕ່ຢືນຢັນເລືອກ ບຸນພະຈັນ ບຸນກອງ ເປັນນັກເຕະໂຄຕ້າອາຊຽນຂອງທີມ ເຊິ່ງເປັນກົດລະບຽບໃໝ່ທີ່ລີກສູງສຸດຂອງກຳປູເຈຍ ຈະເລີ່ມນຳໃຊ້ໃນລະດູການໃໝ່ທີ່ຈະໄຂຂຶ້ນໃນມໍ່ໆນີ້.
Photo: Preah Khan Reach Svay Rieng FC