ການແຂ່ງຂັນເຕະບານ ລະດັບທີມຊາດ ຊິງແຊ້ມຂົງເຂດອາເມຣິກາເໜືອ, ອາເມຣິກາກາງ ແລະ ຄາຣິບບ້ຽນ ຫລື ຄອນຄາເຄັຟ ໂກລຄັບ 2023 (CONCACAF Gold Cup 2023) ທີ່ສະຫະລັດ ອາເມຣິກາ ແລະ ການາດ້າ ເປັນເຈົ້າພາບຮ່ວມກັນ.
ຮອບຊິງຊະນະເລີດ ທີມຊາດເມັກຊິໂກ້ (ແມັກຊິກ) ຮອງແຊ້ມຄັ້ງຜ່ານມາ ທັງເປັນແຊ້ມສູງສຸດ 11 ສະໄໝ ເອົາຊະນະ ທີມຊາດປານາມາ ທີ່ເຂົ້າຊິງເປັນຄັ້ງທີ 3 ຫວັງລຸ້ນແຊ້ມສະໄໝທຳອິດ 1-0 ຈາກປະຕູໄຊຂອງ ຊານເຕຍໂກ້ ຢີມີເນັຊ ສູນໜ້າ ໄວ 22 ປີ ຈາກສະໂມສອນ ເຟເຢນູດ ທີມແຊ້ມລີກສູງສຸດຂອງເນເທີແລນ (ໂຮນລັງ) ນາທີ 88′.
ເມັກຊິໂກ້ ໄດ້ແຊ້ມລາຍການນີ້ຫລາຍສຸດ ເປັນສະໄໝທີ 12 ຕໍ່ຈາກປີ 2019 ແລະ ເປັນແຊ້ມຄັ້ງທີ 5 ຈາກ 8 ຄັ້ງຫລັງສຸດ.
Photo: Gold Cup, Selección Nacional de México