ມາຣເກຕ້າ ວອນດຣູໂຊວ້າ ນັກເທັນນິສ ໄວ 24 ປີ ຊາວສາທາລະນະລັດເຊັກ ສ້າງປະຫວັດສາດ ກາຍເປັນນັກເທັນນິສ ບໍ່ແມ່ນມືວາງຄົນທຳອິດ (Unseeded) ສາມາດຄວ້າແຊ້ມແກຣນສະແລມ ວິມເບີດັນ ພາຍຫລັງເອົາຊະນະ ອອນ ຈາເບີ ມື 6 ຂອງລາຍການ ຈາກຕູນີເຊຍ (ຕູນີຊີ້) 2-0 ເຊັດ: 6-4 ທັງສອງເຊັດ.
ພ້ອມກັນນີ້ ມາຣເກຕ້າ ວອນດຣູໂຊວ້າ ອັນດັບ 42 ຂອງໂລກ ໄດ້ແຊ້ມແກຣນສະແລມຄັ້ງທຳອິດໃນອາຊີບ. ສ່ວນ ອອນ ຈາເບີ ໄດ້ຮອງແຊ້ມ ວິມເບີດັນ 2 ປີ ຕິດຕໍ່ກັນ!
Photo: Wimbledon