ອາວຄາຣາຊ ມື 1 ຂອງໂລກ ສ້າງປະຫວັດສາດຄອງແຊ້ມ ວິມເບີດັນ ຄັ້ງທຳອິດ!

ຄາລັອສ ອາວຄາຣາຊ ນັກເທັນນິສ ມື 1 ຂອງໂລກ ສ້າງປະຫວັດສາດຄອງແຊ້ມ ວິມເບີດັນ ຄັ້ງທຳອິດ! ຮອບຊິງຊະນະເລີດ ເທັນນິສແກຣນສະແລມ ວິມເບີດັນ 2023, ອາວຄາຣາຊ ດາວເດັ່ນ ໄວ 20 ປີ ຊາວສະເປນ (ແອັສປາຍ) ກ້າວມາເຖິງຮອບຊິງລາຍການນີ້ຄັ້ງທຳອິດ ແຕ່ໂຊຟອມເດັ່ນເອົາຊະນະ ແຊ້ມເກົ່າ ໂນວັກ ໂຢໂຄວິກ ທັງເປັນແຊ້ມ 7 ສະໄໝ ມື 2 ຂອງໂລກ ແບບສຸດລະທຶກໃຈ 3-2 ເຊັດ: 1-6, 7-6(8/6), 6-1, 3-6 ແລະ 6-4.

ອາວຄາຣາຊ ໄດ້ແຊ້ມແກຣນສະແລມ ເປັນສະໄໝທີ 2 ຕໍ່ຈາກ ຢູເອັສ ໂອເພັນ ປີ 2022 ແລະ ເປັນຊາວແອັສປາຍຄົນທີ 3 ທີ່ໄດ້ແຊ້ມລາຍການນີ້ ຕໍ່ຈາກ ມານູເອວ ຊານຕານ້າ ປີ 1961, ຣາຟາເອວ ນາດາວ ປີ 2008, 2010.

ອາວຄາຣາຊ ຮັບຂັນແຊ້ມ ພ້ອມເງິນລາງວັນ 2,350,000 ປອນ ຫລື ປະມານ 57 ຕື້ກວ່າກີບ ແລະ ຄະແນນສະສົມ 2000 ຄະແນນ ຍຶດບັນລັງມື 1 ຂອງໂລກຕໍ່ໄປ. ຂະນະທີ່ ໂນວັກ ໄດ້ຮັບເງິນລາງວັນ 1,175,000 ປອນ ຫລື ປະມານເຄິ່ງໜຶ່ງຂອງແຊ້ມ ແລະ ຄະແນນສະສົມ 1200 ຄະແນນ.

Photo: Wimbledon

Leave a Reply

Your email address will not be published. Required fields are marked *