ທີມໄກ່ປ່າ ສະໂມສອນບານເຕະ ໄອ ສະປອດ ທີມໃນ ລາວລີກ 2 ນະຄອນຫລວງວຽງຈັນ ປີນີ້ ໄດ້ທຳການຮັບສະໝັກຄັດເລືອກນັກກິລາ ເພື່ອເສີມຄວາມແຂງແກ່ນໃຫ້ທີມ ໂດຍສະເພາະ ກຽມໃສ່ຮອບຂາກັບ ປີນີ້ ເພື່ອຫວັງພິຊິດເປົ້າໝາຍຕິດ 1 ໃນ 3 ແລະ ສູ້ຊົນຍາດແຍ່ງແຊ້ມມາຄອງ.
ການຄັດເລືອກນັກກິລາຄັ້ງນີ້ ມີເຍົາວະຊົນ-ໄວໜຸ່ມ ໃຫ້ຄວາມສົນໃຈຈຳນວນຫລາຍຮ້ອຍຄົນ ແຕ່ສະໂມສອນໄດ້ຄັດເລືອກເອົາຈຳນວນໜຶ່ງມາສະແດງພອນສະຫວັນ, ຄວາມສາມາດ ແລະ ສັກກະຍະພາບ ເພື່ອຄັດເອົາພຽງ 8 ຄົນ.
ທ່ານ ວຽງອາຄົມ ວິລະວົງ ຄູຝຶກ ໄອ ສະປອດ ເອັຟຊີ ກ່າວວ່າ: ການຄັດເລືອກຄັ້ງນີ້ ນອກຈາກການເສີມທັບໃຫ້ແກ່ທີມ ຍັງເປັນການຍົກລະດັບ ພັດທະນານັກເຕະລຸ້ນສືບທອດ ແລະ ສານຝັນຕົນເອງກ້າວໄປສູ່ການເປັນນັກເຕະອາຊີບ ແລະ ຕິດທີມຊາດໃນອະນາຄົດ.
ຄູຝຶກ ວຽງອາຄົມ ຍັງໃຫ້ຮູ້ຕື່ມວ່າ: ຜົນງານຂອງທີມໃນຮອບຂາໄປປີນີ້ ຖືວ່າເຮັດໄດ້ສົມຄວນ ເກາະກຸ່ມແຖວໜ້າ ແຕ່ກໍຍັງມີບາງຈຸດຕ້ອງປັບປຸງ ແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະດ້ານພະລະກຳລັງ, ຄວາມດຸດັນ.
ຂະນະທີ່ ນັກກິລາທີ່ຜ່ານການຄັດເລືອກຄັ້ງນີ້ ລ້ວນແລ້ວແຕ່ສະແດງຄວາມຮູ້ສຶກດີໃຈ ເປັນໂອກາດດີ ທີ່ຈະໄດ້ສະແດງຄວາມສາມາດ ຍົກລະດັບຕົນເອງໃຫ້ດີຂຶ້ນ ເພື່ອກ້າວສູ່ລະດັບທີ່ສູງຂຶ້ນ.
ທາງດ້ານນັກກິລາທີ່ເປັນຕົວຫລັກຂອງທີມມາຕັ້ງແຕ່ຮອບຂາໄປໃນປີນີ້ ໄດ້ໃຫ້ທັດສະນະວ່າ: ພໍໃຈກັບຜົນງານຂອງທີມໃນຂະນະນີ້ ແຕ່ກໍຍັງໄດ້ຝຶກຝົນໃຫ້ໜັກກວ່າເກົ່າ ເພື່ອພ້ອມກັນຊ່ວຍທີມໃຫ້ໄດ້ຕາມຄາດໝາຍ.
ໄອ ສະປອດ ເອັຟຊີ ສ້າງຕັ້ງຂຶ້ນໃນປີ 2021 ເບື້ອງຕົ້ນສົ່ງເຂົ້າຮ່ວມ ຟຸດຊໍລ ຊິງຂັນສະຫະພັນບານເຕະແຫ່ງຊາດ ແລະ ໄດ້ຮອງແຊ້ມ, ຈາກນັ້ນປີ 2022 ສົ່ງເຂົ້າຮ່ວມ ລາວລີກ 2 ນະຄອນຫລວງວຽງຈັນ ຈົບອັນດັບ 4 ຈາກທັງໝົດ 10 ທີມເຂົ້າຮ່ວມ, ປີນີ້ ເຂົ້າຮ່ວມເປັນປີທີສອງຕິດຕໍ່ກັນ ຜ່ານໄປ 8 ນັດ ມີ 13 ຄະແນນ ຊະນະ 3 ສະເໝີ 4 ເສຍ 1 ເກາະຢູ່ກຸ່ມແຖວໜ້າ ຕາມຫລັງທີມນຳ 9 ຄະແນນ, ນັດຕໍ່ໄປ ຈະພົບກັບ ຈັນສີ ເອັຟຊີ ວັນທີ 16 ກໍລະກົດນີ້ ທີ່ສະໜາມກິລາເຈົ້າອານຸວົງ ເວລາ 17:30.
Photo: Ai-Sport FC