ກິດຈະກຳຄັ້ງນີ້ ຈັດຂຶ້ນໂດຍ ພະແນກສຶກສາທິການ ແລະ ກິລາແຂວງ ຮ່ວມກັບ ສະຫະພັນແມ່ຍິງແຂວງຊຽງຂວາງ ໃນວັນທີ 14 ກໍລະກົດ 2023 ຜ່ານມາ ທີ່ສະໜາມກິລາໄຊຊະນະ ໂດຍມີ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ, ຫົວໜ້າ-ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ກົມກອງຕ່າງໆພາຍໃນແຂວງ ພ້ອມດ້ວຍມວນຊົນເຂົ້າຮ່ວມ 1000 ກວ່າຄົນ.
ກິດຈະກຳນີ້ ເພື່ອຮ່ວມກັນສະເຫລີມສະຫລອງວັນກິລາ – ກາຍຍະກຳແຫ່ງຊາດ ຄົບຮອບ 57 ປີ, ວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ, ວັນອານຸລັກສັດນໍ້າ ສັດປ່າ ແຫ່ງຊາດ ຄົບຮອບ 26 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ.
ພ້ອມກັນນີ້ ກໍເພື່ອປຸກລະດົມຂົນຂວາຍໃຫ້ມວນຊົນ ຫັນມາອອກກຳລັງກາຍເພື່ອສຸຂະພາບ, ສ້າງຊັບພະຍາກອນມະນຸດໃຫ້ມີຄວາມແຂງແຮງທາງດ້ານຈິດໃຈ ແລະ ຮ່າງກາຍ ເພື່ອພັດທະນາສ້າງສາປະເທດຊາດ.