ແມນຊິຕີ້ ໄດ້ຮັບເງິນຊ່ວຍເຫລືອຈາກ ຟີຟ້າ ຫລາຍສຸດ ໃນການປ່ອຍນັກກິລາໄປຮັບໃຊ້ທີມຊາດ ລຸຍ ບານໂລກ 2022

ແມນເຊັສເຕີ ຊິຕີ້ ສະໂມສອນບານເຕະທີ່ຄວ້າ 3 ແຊ້ມໃນລະດູການຜ່ານມາ, ກາຍເປັນທີມໄດ້ຮັບເງິນຊ່ວຍເຫລືອຈາກສະຫະພັນບານເຕະນາທຊາດ ຫລື ຟີຟ້າ ຫລາຍສຸດ ໃນການປ່ອຍນັກກິລາໄປຮັບໃຊ້ທີມຊາດ ລຸຍ ບານໂລກ 2022 ທີ່ກາຕ້າຜ່ານມາ.

ໂດຍ ຊິຕີ້ ໄດ້ຮັບ 4 ລ້ານ 6 ແສນໂດລາສະຫະລັດ ຈາກທັງໝົດ 209 ລ້ານໂດລາ ທີ່ ຟີຟ້າ ມອບເງິນຊ່ວຍເຫລືອສະໂມສອນຕ່າງໆ ທີ່ປ່ອຍນັກກິລາໄປຮັບໃຊ້ທີມຊາດໃນ ບານໂລກ 2022 ລວມນັກກິລາ 837 ຄົນ ຈາກ 440 ສະໂມສອນ, ຮອງຈາກ ແມນຊິຕີ້ ແມ່ນ: ບາຣເຊໂລນ້າ, ບາເຢິນ ມິວນິກ, ຣຽວ ມາດຣິດ ແລະ ປາຣີ ແຊັງແຊກແມັງ.

ສະໂມສອນຈາກອັງກິດ ໄດ້ຮັບຫລາຍກວ່າປະເທດອື່ນໆ ລວມ 37 ລ້ານ 7 ແສນໂດລາ ແລະ ສະໂມສອນຈາກທະວີບເອີຣົບ ໄດ້ຮັບຫລາຍກວ່າທະວີບອື່ນ ລວມ 158.9 ລ້ານໂດລາ ກວມ 76% ເຊິ່ງ ຟີຟ້າ ຈ່າຍ 10,950 ໂດລາຕໍ່ວັນໃຫ້ແກ່ນັກເຕະທຸກໆຄົນ.

ລາຍງານແຈ້ງໃຫ້ຊາບຕື່ມວ່າ: ສຳລັບ ແມນເຊັສເຕີ ຢູໄນເຕັດ ໄດ້ຮັບ 3.32 ລ້ານໂດລາ, ເຊວຊີ 3.26 ລ້ານໂດລາ. ສຳລັບ ບານໂລກ ສອງຄັ້ງຕໍ່ໄປ ປີ 2026 ແລະ 2030 ຟີຟ້າ ຈະຊ່ວຍເພີ່ມຕື່ມອີກຈາກ 209 ລ້ານໂດລາມາເປັນ 355 ລ້ານໂດລາ.

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

Photo: Fifa

Leave a Reply

Your email address will not be published. Required fields are marked *