ຄຣິສເຕຍໂນ້ ໂຣນາວໂດ້ ຫົວໜ້າທີມຊາດໂປຕູເກດ (ປັອກຕຸຍການ) ຍິງປະຕູທີ 699 ໃນອາຊີບ ການແຂ່ງຂັນເຕະບານ ຢູໂຣປ້າລີກ ລະດູການໃໝ່ 2022-23 ຮອບແບ່ງກຸ່ມ ກຸ່ມ E ນັດທີ 2 ຄືນວັນທີ 15 ກັນຍາຜ່ານມາ ຊ່ວຍຕົ້ນສັງກັດ ແມນເຊັສເຕີ ຢູໄນເຕັດ ບຸກຊະນະ ເຊຣິຟ ແຊ້ມລີກສູງສຸດມອນໂດວ້າ 2-0 ໂດ້ ຍິງປະຕູທີສອງໃຫ້ທັບປີສາດແດງ ດ້ວຍການສັງຫານຈຸດໂທດນາທີ 39‘ ສ່ວນປະຕູທີໜຶ່ງໄດ້ຈາກ ຈາດອນ ຊານໂຊ້ ນາທີ 17’.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ຣຽວ ໂຊເຊຍແດັດ ຈາກແອັສປາຍ ເປີດບ້ານຊະນະ ໂອໂມເນຍ ນິໂຄເຊຍ ຈາກໄຊປຣັສ 2-1. ຜ່ານໄປ 2 ນັດ ຣຽວ ໂຊເຊຍແດັດ ມີ 6 ຄະແນນ, ແມນຢູ ແລະ ເຊຣິຟ ມີ 3 ຄະແນນ, ໂອໂມເນຍ ນິໂຄເຊຍ ຍັງບໍ່ມີຄະແນນ.
ຂະນະທີ່ ອາຣເຊນໍລ ພົບກັບ ພີເອັສວີ ໄອໂຮເຟັນ ຖືກເລື່ອນອອກໄປ ຍ້ອນການສິ້ນພະຊົນຂອງສົມເດັດພະຣາຊະນີ ອາລີຊາເບັດ ທີສອງ, ຄູ່ອື່ນ: ມິດຈິວແລ້ນ ຈາກເດັນມາກ ຊະນະ ລາຊີໂອ້ 5-1 ແລະ ໂຣມ້າ ຊະນະ ເອັຈເຈເຄ ເຮວຊິງກິ ຈາກຟິນແລນ (ແຟັງລັງ) 3-0.
ສ່ວນ ຢູໂຣປ້າ ຄອນເຟີເຣັນລີກ ຮອບແບ່ງກຸ່ມ ນັດທີ 2 ຄູ່ທີ່ໜ້າສົນໃຈ: ເວັສແຮມ ຈາກອັງກິດ ບຸກຊະນະ ຊິວເກບອກ ຈາກເດັນມາກ 3-2 ແລະ ບີຢາຣຽວ ຈາກແອັສປາຍ ບຸກຊະນະ ຮາໂປເອວ ເບເອີ ເຊວ້າ ຈາກອິສຣາແອນ 2-1. ຮອບແບ່ງກຸ່ມ ນັດທີ 3 ຂອງ ຢູໂຣປ້າລີກ ແລະ ຄອນເຟີເຣັນລີກ ຈະກັບມາແຂ່ງຂັນໃນວັນທີ 6 ຕຸລາທີ່ຈະມາເຖິງນີ້.
Photo: Manchester United