ນັກກິລາຊາວສະເປນ ຄວ້າແຊ້ມ ລົດຖີບທາງໄກ ຕູເດີຟຣອງ ສະໜາມທີ 12 ໃນປີນີ້! ແຊ້ມເກົ່າ ຍັງຄອງເສື້ອເຫລືອງ

ການແຂ່ງຂັນລົດຖີບທາງໄກ ລະດັບໂລກ ລາຍການ ຕູເດີຟຣອງ ປະຈຳປີ 2023 ສະໜາມ 12 ເສັ້ນທາງຈາກເມືອງ ໂຣອ໋ອງເນ່ ຫາເມືອງ ເບວິວ ຊ໋ອງບູຈົວເລ ປະເທດຝຣັ່ງ ເປັນເສັ້ນທາງພູສູງລະດັບປານກາງ ໄລຍະທາງ 169  ກິໂລແມັດ.

ປະກົດວ່າ: ແຊ້ມສະໜາມນີ້ເປັນຂອງ ໄອຣ້ອນ ອີຊາກີເຣ່ ນັກກິລາຊາວສະເປນ (ແອັສປາຍ) ໄວ 34 ປີ ຈາກທີມ ໂຄຟີດິສ ເວລາ 3 ຊົ່ວໂມງ 51 ນາທີ 42 ວິນາທີ ເອົາຊະນະ ມາຕີອູ ເບກາວໂດ ຊາວຝຣັ່ງ ຈາກທີມ ໂທໂທ້ ແອເນີຈີ້ 58 ວິນາທີ.

ຜ່ານໄປ 12 ສະໜາມ ຜູ້ນຳເວລາລວມ ຄອງເສື້ອເຫລືອງ ຍັງຄົງແມ່ນແຊ້ມເກົ່າ ໂຢນັສ ວິນເກກ໊າດ ຊາວເດັນມາກ ເວລາລວມ 50 ຊົ່ວໂມງ 30 ນາທີ 23 ວິນາທີ, ນຳອັນດັບສອງ ທາເດ່ ໂປກາຊ້າ ຊາວສະໂລເວເນຍ (ສະໂລເວນີ້) 17 ວິນາທີ ເໝືອນເດີມ.

ສະໜາມຕໍ່ໄປ ສະໜາມທີ 13 ຈະແຂ່ງຂັນໃນວັນທີ 14 ກໍລະກົດນີ້ ເສັ້ນທາງຈາກເມືອງ ໂຣອ໋ອງເນ່ ຫາເມືອງ ເບວິວ ຊ໋ອງບູຈົວເລ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 138 ກິໂລແມັດ.

Photo: Le Tour de France

Leave a Reply

Your email address will not be published. Required fields are marked *