ຄັ້ງປະຫວັດສາດຂອງເທັນນິສ ວິມເບີດັນ ທີ່ຮອບ 4 ຄົນສຸດທ້າຍປະເພດຍິງດ່ຽວ! ມີ 2 ນັກເທັນນິສບໍ່ແມ່ນມືວາງມາພົບກັນ

ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.

ປະເພດຍິງດ່ຽວ ຮອບ 4 ຄົນສຸດທ້າຍ ຄັ້ງນີ້ ເປັນຄັ້ງປະຫວັດສາດຂອງ ວິມເບີດັນ ທີ່ຮອບຮອງຊະນະເລີດປະເພດຍິງດ່ຽວ ມີ 2 ນັກເທັນນິສບໍ່ແມ່ນມືວາງມາພົບກັນຄື: ແມ່ລູກອ່ອນ ເອລີນ້າ ສະວິດໂຕລີນ້າ ຈາກຢູເຄຣນ (ອູແກຣນ) ກັບ ມາຣເກຕ້າ ວອນດຣູໂຊວ້າ ຈາກສາທາລະນະລັດເຊັກ. ຜົນປະກົດວ່າ: ມາຣເກຕ້າ ວອນດຣູໂຊວ້າ ອັນດັບ 42 ຂອງໂລກ ເປັນຝ່າຍເອົາຊະນະ ເອລີນ້າ ສະວິດໂຕລີນ້າ ອັນດັບ 39 ຂອງໂລກ 2-0 ເຊັດ: 6-3 ທັງສອງເຊັດ.

ວອນດຣູໂຊວ້າ ສ້າງປະຫວັດສາດເປັນນັກເທັນນິສ ບໍ່ແມ່ນມືວາງຄົຍທຳອິດ ສາມາດເຂົ້າຮອບຊິງຊະນະເລີດ ວິມເບີດັນ ໃນຍຸກໃໝ່ (Open Era).

Photo: Wimbledon

Leave a Reply

Your email address will not be published. Required fields are marked *