ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້.
ປະເພດຍິງດ່ຽວ ຮອບ 4 ຄົນສຸດທ້າຍ: ອອນ ຈາເບີ ມື 6 ຈາກຕູນີເຊຍ (ຕູນີຊີ້) ຮອງແຊ້ມປີຜ່ານມາ ແຊງຊະນະ ອາຣີນ້າ ຊາບາເຣັນກ້າ ມື 2 ຂອງໂລກ ຈາກເບລາຣຸສ ແບບສຸດລະທຶກໃຈ 2-1 ເຊັດ: 6-7(5-7), 6-4 ແລະ 6-3.
ອອນ ຈາເບີ ເຂົ້າຮອບຊິງຊະນະເລີດ ລຸ້ນສ້າງປະຫວັດສາດເປັນນັກເທັນນິສຈາກທະວີບອາຟຣິກາຄົນທຳອິດ ໄດ້ແຊ້ມລາຍການນີ້ ໄປພົບກັບ ມາຣເກຕ້າ ວອນດຣູໂຊວ້າ ຈາກສາທາລະນະລັດເຊັກ ອັນດັບ 42 ຂອງໂລກ ທີ່ເອົາຊະນະ ເອລີນ້າ ສະວິດໂຕລີນ້າ ອັນດັບ 39 ຂອງໂລກ 2-0 ເຊັດ: 6-3 ທັງສອງເຊັດ. ວອນດຣູໂຊວ້າ ສ້າງປະຫວັດສາດເປັນນັກເທັນນິສ ບໍ່ແມ່ນມືວາງຄົນທຳອິດ ສາມາດເຂົ້າຮອບຊິງຊະນະເລີດ ວິມເບີດັນ ໃນຍຸກໃໝ່.
Photo: Wimbledon