ການແຂ່ງຂັນບານສົ່ງໃນຮົ່ມຍິງລະດັບໂລກ ລາຍການ ເນຊັ່ນລີກ ປະຈຳປີ 2023 ຮອບ 8 ສຸດທ້າຍ: ຕູຣາເຄຍ (ຕວກກີ້) ອັນດັບ 5 ຂອງໂລກ ອາດີດຮອງແຊ້ມ ປີ 2018 ປາບ ແຊ້ມເກົ່າ ອີຕາລີ ອັນດັບ 2 ຂອງໂລກ 3-1 ເຊັດ: 25–20, 25–15 ແລະ 25–18.
ຕູຣາເຄຍ ເປັນທີມທີສອງ ທີ່ສາມາດເຂົ້າຮອບ 4 ທີມສຸດທ້າຍ 5 ຄັ້ງຕິດຕໍ່ກັນ ເໝືອນກັບ ສະຫະລັດ ອາເມຣິກາ, ຮອບ 4 ທີມ ຕູຣາເຄຍ ໄປດວນກັບ ເຈົ້າພາບ ອາເມຣິກາ ແຊ້ມສູງສຸດ 3 ສະໄໝ ອັນດັບ 1 ຂອງໂລກ ທີ່ເອົາຊະນະ ຍີ່ປຸ່ນ ອັນດັບ 8 ຂອງໂລກ 3-1 ເຊັດ ຈະແຂ່ງຂັນໃນເຊົ້າວັນທີ 16 ກໍລະກົດນີ້ ເວລາ 7:30 ຕາມເວລາໃນປະເທດລາວ.
Photo: Volleyball World