ສປ ຈີນ ຊະນະ ເບຣຊິນ 3-1 ເຊັດ! ເຂົ້າຮອບ 4 ທີມສຸດທ້າຍ ບານສົ່ງໃນຮົ່ມຍິງ ເນຊັ່ນລີກ 2023

ການແຂ່ງຂັນບານສົ່ງໃນຮົ່ມຍິງລະດັບໂລກ ລາຍການ ເນຊັ່ນລີກ ປະຈຳປີ 2023 ຮອບ 8 ສຸດທ້າຍ: ທີມຊາດຈີນ ອັນດັບ 6 ຂອງໂລກ ເອົາຊະນະ ເບຣຊິນ ອັນດັບ 3 ຂອງໂລກ ຮອງແຊ້ມ 3 ຄັ້ງຫລັງສຸດ 3-1 ເຊັດ: 25–21, 25–20, 20-25 ແລະ 25–23.

ຈີນ ເຂົ້າຮອບ 4 ທີມສຸດທ້າເປັນຄັ້ງທີ 3 ຕໍ່ຈາກປີ 2019 ໄປພົບກັບ ໂປແລນ (ໂປໂລຍ) ອັນດັບ 7 ຂອງໂລກ ທີ່ສ້າງປະຫວັດສາດ ເຂົ້າຮອບ 4 ທີມສຸດທ້າຍເປັນຄັ້ງທຳອິດ ພາຍຫລັງເອົາຊະນະ ເຢຍລະມັນ ອັນດັບ 11 ຂອງໂລກ 3-1 ເຊັດ ຈະແຂ່ງຂັນໃນເຊົ້າວັນທີ 16 ກໍລະກົດນີ້ ເວລາ 4:00 ຕາມເວລາໃນປະເທດລາວ.

Photo: Volleyball World

Leave a Reply

Your email address will not be published. Required fields are marked *