ສະຫະພັນບານເຕະເອີຣົບ ແລະ ສະຫະພັນບານເຕະອາເມຣິກາໃຕ້ ຮ່ວມມືກັນຈະຈັດການແຂ່ງຂັນເຕະບານລະດັບສະໂມສອນ ລາຍການ Club Challenge ເຊິ່ງເອົາທີມແຊ້ມຂັນອັນດັບສອງຂອງສອງທະວີບຄື: ຢູຟ້າ ຢູໂຣປ້າລີກ ແລະ ໂຄປ້າ ຊູດາເມຣິການ້າ ມາພົບກັນ ນັ້ນກໍຄື: ສະໂມສອນ ເຊບີຢ້າ ຈາກສະເປນ (ແອັສປາຍ) ແລະ ອິນດີເພັນດຽນເຕ້ ເດວ ບາເຢ່ ຈາກອາເອກົວດໍຣ.
ນີ້ເປັນຄັ້ງທຳອິດຂອງລາຍການນີ້ ໂດຍຈະແຂ່ງຂັນໃນວັນທີ 19 ກໍລະກົດ 2023 ນີ້ ທີ່ສະໜາມ ຣາມ້ອນ ຊານເຊັຊ ເມືອງເຊວິວ ປະເທດແອັສປາຍ ສະໜາມຂອງສະໂມສອນ ເຊບີຢ້າ, ທັງນີ້ການແຂ່ງຂັນຄັ້ງທຳອິດ ຈະຈັດເພື່ອໃຫ້ກຽດແກ່ ອັນໂຮນີໂອ ເປີຕ້າ ອະດີດແບັກຊ້າຍທີມຊາດແອັສປາຍ ແລະ ສະໂມສອນ ເຊບີຢ້າ ທີ່ເສຍຊີວິດຄາສະໜາມຍ້ອນພະຍາດຫົວໃຈວາຍ ເມື່ອປີ 2007 ດ້ວຍອາຍຸພຽງ 22 ປີ.
Photo: UEFA