ການແຂ່ງຂັນເຕະບານຍິງ ຊິງແຊ້ມໂລກ ຄັ້ງທີ 9 ຫຍັບໃກ້ເຂົ້າມາແລ້ວ ທີ່ປະເທດອົດສະຕຣາລີ ແລະ ນິວຊີແລນ (ນູແວນເຊລັງ) ເປັນເຈົ້າພາບຮ່ວມກັນ ໃນລະຫວ່າງວັນທີ 20 ກໍລະກົດ – 20 ສິງຫາ 2023 ນີ້ ໃນບົດຂ່າວນີ້ ທີມຂ່າວພວກເຮົາຈະພາສຳຫລວດເງິນລາງວັນສຳລັບການແຂ່ງຂັນຄັ້ງນີ້.
ເຊິ່ງສະຫະພັນບານເຕະນາໆຊາດ ຫລື ຟີຟ້າ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ທາງຟີຟ້າ ໄດ້ເພີ່ມເງິນລາງວັນຫລາຍສຸດໃນປະຫວັດສາດ ຊິງເງິນລາງວັນລວມທັງໝົດ 110 ລ້ານໂດລາສະຫະລັດ ຫລາຍກວ່າຄັ້ງຜ່ານມາ ປີ 2019 ເຖິງ 80 ລ້ານໂດລາ ໂດຍທີມແຊ້ມຈະໄດ້ຮັບເງິນລາງວັນ 10.5 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 6.5 ລ້ານໂດລາຈາກຄັ້ງຜ່ານມາ, ໃນນີ້ ຟີຟ້າ ໄດ້ແບ່ງສັນປັນສ່ວນໃຫ້ນັກກິລາ ແລະ ສະມາຄົມ ຫລື ສະຫະພັນທີ່ນຳພາທີມຊາດຕົນເອງເປັນແຊ້ມຢ່າງລະອຽດຄື: ນັກກິລາຈະໄດ້ຮັບເງິນລາງວັນຜູ້ລະ 270,000 ໂດລາ ລວມທັງໝົດ 23 ຄົນ ແລະ ສະມາຄົມ ຫລື ສະຫະພັນຈະໄດ້ຮັບ 4.29 ລ້ານໂດລາ.
ຂະນະທີ່ ທີມຮອງແຊ້ມໂລກ ນັກກິລາຈະໄດ້ຮັບຜູ້ລະ 195,000 ໂດລາ, ສະມາຄົມ ຫລື ສະຫະພັນ ຈະໄດ້ຮັບ 3 ລ້ານ 15,000 ໂດລາ. ອັນດັບ 3 ນັກກິລາຈະໄດ້ຮັບຜູ້ລະ 185,000 ໂດລາ, ສະມາຄົມ ຫລື ສະຫະພັນ ຈະໄດ້ຮັບ 2 ລ້ານ 610,000 ໂດລາ.
ອັນດັບ 4 ນັກກິລາຈະໄດ້ຮັບຜູ້ລະ 165,000 ໂດລາ, ສະມາຄົມ ຫລື ສະຫະພັນ ຈະໄດ້ຮັບ 2 ລ້ານ 450,000 ໂດລາ, ທີມທີ່ຕົກຮອບ 8 ທີມສຸດທ້າຍ ນັກກິລາຈະໄດ້ຮັບຜູ້ລະ 9 ໝື່ນໂດລາ, ສະມາຄົມ ຫລື ສະຫະພັນ ຈະໄດ້ຮັບທີມລະ 2 ລ້ານ 180,000 ໂດລາ.
ທີມທີ່ຕົກຮອບ 16 ທີມສຸດທ້າຍ ນັກກິລາຈະໄດ້ຮັບຜູ້ລະ 6 ໝື່ນໂດລາ, ສະມາຄົມ ຫລື ສະຫະພັນ ຈະໄດ້ຮັບທີມລະ 1 ລ້ານ 870,000 ໂດລາ ແລະ ທີມທີ່ຕົກຮອບແບ່ງກຸ່ມ ນັກກິລາຈະໄດ້ຮັບຜູ້ລະ 3 ໝື່ນໂດລາ, ສະມາຄົມ ຫລື ສະຫະພັນ ຈະໄດ້ຮັບທີມລະ 1 ລ້ານ 560,000 ໂດລາ.
ການແຂ່ງຂັນຄັ້ງນີ້ ເປັນຄັ້ງທຳອິດທີ່ອົດສະຕຣາລີ ແລະ ນິວຊີແລນ (ນູແວນເຊລັງ) ໄດ້ເປັນເຈົ້າພາບ ແລະ ເປັນຄັ້ງທຳອິດທີ່ຮອບສຸດທ້າຍມີ 32 ທີມ ຜ່ານມາສູງສຸດແມ່ນ 24 ທີມ.
Photo: FIFA Women’s World Cup