ບາຣຊ້າ ຊື້ ວິກຕໍ ໂຣເກ້ ສູນໜ້າດາວເດັ່ນຊາວເບຣຊິນ ໄວ 18 ປີ ພ້ອມຂຽນເງື່ອນໄຂຈີກສັນຍາ 500 ລ້ານເອີໂຣ!

ບາຣເຊໂລນ້າ ທີມຊັ້ນນຳໃນ ລາລີກ້າ ສະເປນ (ແອັສປາຍ) ໄດ້ ວິກຕໍ ໂຣເກ້ ສູນໜ້າດາວເດັ່ນຊາວເບຣຊິນ ໄວ 18 ປີ ຈາກສະໂມສອນ ແອັດເລຕິໂກ້ ພາຣານາເອັນເຊ້ ໃນລີກສູງສຸດຂອງເບຣຊິນ ດ້ວຍຄ່າໂຕປະມານ 30 ລ້ານເອີໂຣ ເຊັນສັນຍາຍາວ ຈົນເຖິງລະດູການ 2030–31 ພ້ອມຂຽນເງື່ອນໄຂຈີກສັນຍາ 500 ລ້ານເອີໂຣ ໂດຍ ໂຣເກ້ ຈະມາຮ່ວມງານກັບ ບາຣຊ້າ ໃນປີ 2024.

ສຳລັບຜົນງານຂອງ ວິກຕໍ ໂຣເກ້ ຍິງ 22 ຈາກ 66 ນັດ ກັບ ພາຣານາເອັນເຊ້ ພາທີມເຂົ້າຮອບຊິງຊະນະເລີດປີຜ່ານມາ ແລະ ປີນີ້ ກໍຊ່ວຍທີມເຂົ້າຮອບ 16 ທີມສຸດທ້າຍ, ນອກຈາກນີ້ ກໍຊ່ວຍທີມຊາດເບຣຊິນ U20 ປີ ຄວ້າແຊ້ມ ອາເມຣິກາໃຕ້ ໃນປີນີ້ ພ້ອມກັບໄດ້ລາງວັນດາວຍິງສູງສຸດ.

Leave a Reply

Your email address will not be published. Required fields are marked *