ເມັກຊິໂກ້ ຊະນະ ຈາໄມກ້າ 3-0 ເຂົ້າຊິງກັບ ປານາມາ CONCACAF Gold Cup 2023

ການແຂ່ງຂັນເຕະບານ ລະດັບທີມຊາດ ຊິງແຊ້ມຂົງເຂດອາເມຣິກາເໜືອ, ອາເມຣິກາກາງ ແລະ ຄາຣິບບ້ຽນ ຫລື ຄອນຄາເຄັຟ ໂກລຄັບ 2023 (CONCACAF Gold Cup 2023) ທີ່ສະຫະລັດ ອາເມຣິກາ ແລະ ການາດ້າ ເປັນເຈົ້າພາບຮ່ວມກັນ.

ການແຂ່ງຂັນຮອບ 4 ທີມສຸດທ້າຍ ຄູ່ທີສອງ: ທີມຊາດເມັກຊິໂກ້ (ແມັກຊິກ) ຮອງແຊ້ມຄັ້ງຜ່ານມາ ທັງເປັນແຊ້ມສູງສຸດ 11 ສະໄໝ ເອົາຊະນະ ທີມຊາດຈາໄມກ້າ 3-0.

ເມັກຊິໂກ້ ເຂົ້າຊິງເປັນຄັ້ງທີ 3 ຕິດຕໍ່ກັນ ລວມເຂົ້າຊິງເປັນຄັ້ງທີ 15 ໄປພົບກັບ ປານາມາ ທີ່ໂຄ່ນແຊ້ມເກົ່າ ສະຫະລັດ ອາເມຣິກາ ເຈົ້າພາບ ດ້ວຍການຊະນະດວນຈຸດໂທດ 5-4 ເວລາປົກກະຕິສະເໝີກັນ 0-0 ຕໍ່ເວລາພິເສດສະເໝີກັນ 1-1.

ຮອບຊິງຊະນະເລີດ ຈະແຂ່ງຂັນເຊົ້າວັນທີ 17 ກໍລະກົດນີ້ ເວລາ 6:30 ຕາມເວລາໃນປະເທດລາວ.

Photo: Gold Cup

Leave a Reply

Your email address will not be published. Required fields are marked *