ພາຍຫລັງທີ່ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ປະລາໄຊ 2 ນັດຕິດຕໍ່ກັນ ເສຍໃຫ້ ຍີ່ປຸ່ນ 0-4 ແລະ ເສຍໃຫ້ ເຢເມັນ 1-2 ເຮັດໃຫ້ໂອກາດລຸ້ນເຂົ້າຮອບຂອງທີມຊາດລາວ ລຳບາກສຸດໆ, ແລ້ວເຮັດແນວໃດ ທີມຊາດລາວ ຈຶ່ງຈະມີໂອກາດເຂົ້າຮອບສຸດທ້າຍ ກັບນັດດຽວທີ່ເຫລືອ, ບົດຂ່າວນີ້ ພວກເຮົາມາຮັບຮູ້ນຳກັນ.
ນັດສຸດທ້າຍຂອງ U20 ປີ ທີມຊາດລາວ ຈະດວນກັບ ທີມຊາດປາເລັສຕິນ ໃນວັນທີ 18 ກັນຍານີ້ ຕ້ອງການຊະນະຢ່າງດຽວ ແລະ ຊະນະຫລາຍປະຕູຍິ່ງດີ ຈຶ່ງໄປລຸ້ນເປັນທີສອງດີສຸດ 5 ທີມຈາກ 10 ກຸ່ມ, ແຕ່ວັນທີ 16 ກັນຍານີ້ ທີມຊາດລາວ ຕ້ອງລຸ້ນໃຫ້ ຍີ່ປຸ່ນ ຊະນະ ປາເລັສຕິນ ພ້ອມກັບ ລຸ້ນໃຫ້ ກວມ ຊະນະ ເຢເມັນ, ແຕ່ຖ້າ ເຢເມັນ ຊະນະ ກວມ ຫລື ປາເລັສຕິນ ຊະນະ ຍີ່ປຸ່ນ ລາວ ຕົກຮອບທັນທີ. ຕາມສະພາບຕົວຈິງ ບໍ່ແມ່ນປະໝາດ ເກາະກວມ ເມື່ອເບິ່ງຈາກສັກກະຍະພາບແລ້ວ ກວມ ໜ້າຈະຕ້ານ ເຢເມັນ ບໍ່ໄຫວ ເພາະສະນັ້ນ ຖ້າຜົນອອກມາ ເຢເມັນ ຊະນະ ກວມ U20 ປີ ທີມຊາດລາວ ແມ່ນຕົກຮອບທາງການທັນທີ. ແຕ່ຖ້າຜົນອອກມາດັ່ງປະສົງ ກວມ ຊະນະ ເຢເມັນ ແລະ ຍີ່ປຸ່ນ ຊະນະ ປາເລັສຕິນ ທີມຊາດລາວ ຍັງມີລຸ້ນເຂົ້າຮອບໃນນັດສຸດທ້າຍ ຊຶ່ງຕ້ອງຊະນະ ປາເລັສຕິນ ແລະ ລຸ້ນໃຫ້ ຍີ່ປຸ່ນ ຊະນະ ເຢເມັນ ຖ້າເປັນແນວນັ້ນ ລາວ ຈະໄດ້ທີສອງຂອງກຸ່ມ ແລະ ໄປລຸ້ນວ່າ: ຈະເປັນທີສອງດີສຸດ 5 ທີມຈາກ 10 ກຸ່ມຫລືບໍ່ ໂດຍຕ້ອງໄປລຸ້ນຜົນຂອງກຸ່ມອື່ນໆ ໃຫ້ມີຄະແນນ ຫລື ປະຕູໄດ້ເສຍບໍ່ດີກວ່າລາວ ຈຶ່ງຈະເຂົ້າຮອບສຸດທ້າຍ.
ທ່ານຜູ້ຊົມທີ່ເຄົາລົບ ດັ່ງທີ່ຫລາຍທ່ານຮູ້ນຳກັນແລ້ວວ່າ ສະຖານະການຂອງທີມຊາດລາວ U20 ປີ ຍາກລຳບາກຫລາຍທີ່ຈະລຸ້ນເຂົ້າຮອບ, ຢ່າງໃດກໍຕາມ ຄະນະຄູຝຶກ ແລະ ນັກກິລາທຸກຄົນ ໄດ້ພະຍາຍາມສຸດຂີດ ແລະ ສູ້ເຕັມທີ່ແລ້ວ ສຳຄັນຢ່າທໍ້ຖອຍ ສູ້ຕໍ່ໄປກັບນັດທີ່ເຫລືອ ເພື່ອຍາດແຍ່ງຜົນງານທີ່ດີໃນນັດສົ່ງທ້າຍ ແລະ ໃຊ້ໂອກາດນີ້ ໃນການພັດທະນາຕົນເອງໃຫ້ດີຂຶ້ນ ເພື່ອຕໍ່ຍອດສູ່ການຮັບໃຊ້ທີມຊາດຊຸດຕໍ່ໆໄປໃນອະນາຄົດ.
ການຄັດເລືອກຄັ້ງນີ້ ເຖິງວ່າ ທີມຊາດລາວ ໄດ້ປຽບໃນຖານະເປັນເຈົ້າພາບ ແຕ່ສັກກະຍະພາບ, ພະລະກຳລັງ ແລະ ທັກສະຄວາມສາມາດຍັງເປັນຮອງຄູ່ຕໍ່ສູ້, U20 ປີ ທີມຊາດລາວ ແຂ່ງ 3 ນັດຕິດຕໍ່ກັນ ແບບມາລະທອນ ເຊິ່ງແຕ່ລະນັດໄດ້ພັກພຽງມື້ດຽວ ເຮັດໃຫ້ເສຍປຽບດ້ານກຳລັງນັດທີ່ພົບກັບ ທັບຊາມູໄຣ ທີມຊາດຍີ່ປຸ່ນ ແລະ ເຢເມັນ ທີ່ໄດ້ພັກບໍ່ຕໍ່າກວ່າ 3 ວັນ, ຖ້າເອົາຫລັກການວິທະຍາສາດການກິລາດ້ານສະມັດຕະພາບຮ່າງກາຍແມ່ນເສຍປຽບຄູ່ແຂ່ງຊັດເຈນ ແຕ່ຈຳໃຈໄດ້ແຂ່ງເພາະອີງຕາມອັນດັບແຣັງກິ້ງໃນທະວີບ ລວມທັງກົດລະບຽບ ແລະ ກະຕິກາ.
ນັດສຸດທ້າຍຂອງ U20 ປີ ທີມຊາດລາວ ໃນການຄັດເລືອກຄັ້ງນີ້ ຈະພົບກັບ ທີມຊາດປາເລັສຕິນ ໃນວັນທີ 18 ກັນຍານີ້ ເວລາ 19:00 ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ລວມທັງເຟດບຸກ ສະຫະພັນບານເຕະແຫ່ງຊາດ ແລະ ຢູທຸບ ສະຫະພັນບານເຕະແຫ່ງຊາດ ຂໍເຊີນຊວນແຟນບານ ມາຮ່ວມຊົມ ຮ່ວມເຊຍ ແລະ ໃຫ້ກຳລັງທີມຊາດລາວນຳກັນ ເພື່ອຍາດຊິງເອົາໄຊຊະນະມາໃຫ້ໄດ້, ສ່ວນໃນວັນທີ 16 ກັນຍານີ້ ຈະມີແຂ່ງຂັນ 2 ຄູ່, ປາເລັສຕິນ ພົບ ຍີ່ປຸ່ນ ເວລາ 16:00 ແລະ ເຢເມັນ ພົບ ເກາະກວມ ເວລາ 19:00 ທຸກຄູ່ແຂ່ງຂັນທີ່ສະໜາມກິລາແຫ່ງຊາດ ຫລັກ 16.
Photo: LFF