ການແຂ່ງຂັນເຕະບານ ລາວລີກ 2 ນະຄອນຫລວງວຽງຈັນ (ນ.ວ) ປະຈຳປີ 2023 ນັດກາງອາທິດນີ້ ຄູ່ໜ້າສົນໃຈ ສອງທີມຍັງບໍ່ເສຍໃນປີນີ້ HBT 941 ທີມນຳ ພົບກັບ ໄອ ສະປອດ ອັນດັບສາມ, ເກມນີ້ HBT 941 ເປັນຝ່າຍເຮັດໄດ້ດີກວ່າ ເອົາຊະນະ ໄອ ສະປອດ 2-0ໄດ້ປະຕູຈາກ ວັນນາ ບຸນຫລໍ່ວົງສາ ນາທີ 45’+2 ແລະ ສອນໃຈ ອິນທະວົງ ນາທີ 81′.
HBT 941 ຍຶດຕຳແໜ່ງທີມນຳຕໍ່ໄປ ແຂ່ງ 8 ນັດ ຊະນະ 7 ສະເໝີ 1 ມີ 22 ຄະແນນ ນຳອັນດັບສອງ ຈັນທະບູລີ ເອັຟຊີ 5 ຄະແນນ ແຕ່ແຂ່ງຫລາຍກວ່າໜຶ່ງນັດ, ຂະນະທີ່ ໄອ ສະປອດ ເສຍເປັນນັດທຳອິດ ຕົກມາຢູ່ອັນດັບ 4 ມີ 13 ຄະແນນ ຈາກ 8 ນັດ.
ເຕະບານ ລາວລີກ 2 ນະຄອນຫລວງວຽງຈັນ ປີນີ້ ມີ 12 ທີມເຂົ້າຮ່ວມ, ຮູບແບບການແຂ່ງຂັນ ແຂ່ງພົບກັນໝົດແບບໄປ-ກັບ ທີມທີ່ເປັນແຊ້ມ ຈະໄດ້ສິດເລື່ອນຊັ້ນສູ່ລີກສູງສຸດ ປີ 2024.
ພາບ: HBT 941