ວິນລ້າ ເສີມເກມຮັບ ໄດ້ກອງຫລັງທີມຊາດສະເປນ ຈາກບີຢາຣຽວ

ແອັສຕັນ ວິນລ້າ ທີມໃນສັງວຽນ ພຣີເມ່ຍລີກ ອັງກິດ ໄດ້ນັກເຕະໃໝ່ມາເສີມເກມຮັບ ພໍລ ຕໍເຣັສ ກອງຫລັງທີມຊາດສະເປນ (ແອັສປາຍ) ຈາກບີຢາຣຽວ ດ້ວຍຄ່າໂຕປະມານ 31 ລ້ານ 5 ແສນປອນ ເຊັນສັນຍາ 5 ປີ.

ພໍລ ຕໍເຣັສ ໄວ 26 ປີ ມີຫລາຍທີມໃຫຍ່ໃຫ້ຄວາມສົນໃຈ ແຕ່ເລືອກມາຮ່ວມງານກັບ ອູໄນ ເອເມຣີ້ ຜູ້ຈັດການທີມຊາວແອັສປາຍ ທີ່ເຄີຍຮ່ວມງານກັນມາກ່ອນຕອນ ເອເມຣີ້ ຄຸມ ບີຢາຣຽວ ແລະ ໄດ້ແຊ້ມ ຢູໂຣປ້າລີກ ຮ່ວມກັນ ໃນປີ 2021 ດ້ວຍການຊະນະດວນຈຸດໂທດ ແມນເຊັສເຕີ ຢູໄນເຕັດ.

ພໍລ ຕໍເຣັສ ເຕີບໃຫຍ່ມາຈາກອາຄາເດມີ້ຂອງກອງທັບເຮືອດຳນໍ້າ ບີຢາຣຽວ ຮັບໃຊ້ທີມຊຸດໃຫຍ່ມາທັງໝົດ 173 ນັດ ຍິງ 12 ປະຕູ, ໃນນາມທີມຊາດແອັສປາຍ ຕິດທີມຊຸດໃຫຍ່ມາແຕ່ປີ 2019 ລົງຫລິ້ນ 23 ນັດ ຍິງ 1 ປະຕູ, ຊ່ວຍທັບກະທິງດຸ ໄດ້ຮອງແຊ້ມ ຢູຟ້າ ເນຊັ່ນລີກ ລະດູການ 2020–21, ສ່ວນຊຸດ U23 ຊ່ວຍທີມໄດ້ຫລຽນເງິນ ໂອແລມປິກເກມ 2020.

ພໍລ ຕໍເຣັສ ເປັນນັກເຕະໃນຊຸດໃຫຍ່ຄົນທີສອງ ທີ່ ວິນລ້າ ໄດ້ມາເສີມທັບກ່ອນເລີ່ມລະດູການໃໝ່ ຕໍ່ຈາກ ຢູຣິ ເຕເລມັນ ກອງກາງທີມຊາດເບວຢ້ຽມ (ແບນຊິກ) ທີ່ຍ້າຍມາຈາກ ເລັສເຕີ ຊິຕີ້ ແບບບໍ່ມີຄ່າໂຕ.

Photo: Aston Villa

Leave a Reply

Your email address will not be published. Required fields are marked *