ຢາສເປີ ຟີລິບເຊັນ ຄວ້າແຊ້ມ ລົດຖີບທາງໄກ ຕູເດີຟຣອງ ເປັນສະໜາມທີ 4 ໃນປີນີ້! ແຊ້ມເກົ່າ ຍັງຄອງເສື້ອເຫລືອງ

ການແຂ່ງຂັນລົດຖີບທາງໄກ ລະດັບໂລກ ລາຍການ ຕູເດີຟຣອງ ປະຈຳປີ 2023 ສະໜາມ 11 ເສັ້ນທາງຈາກເມືອງ ເຄມ໋ອງ ເຟີຣ໋ອງ ຫາເມືອງ ມູແລັງ ປະເທດຝຣັ່ງ ເປັນເສັ້ນທາງລຽບ ໄລຍະທາງ 180 ກິໂລແມັດ.

ປະກົດວ່າ: ແຊ້ມສະໜາມນີ້ເປັນຂອງ ຢາສເປີ ຟີລິບເຊັນ ນັກກິລາຊາວເບວຢ້ຽມ (ແບນຊິກ) ໄວ 25 ປີ ຈາກທີມ ອາວເປຊິນ ເດຊູນິກ ເວລາ 4 ຊົ່ວໂມງ 1 ນາທີ 7 ວິນາທີ ເອົາຊະນະ ດີແລນ ໂກເນເວເກັນ ຊາວເນເທີແລນ (ໂຮນລັງ) ຈາກທີມ ເຈໂກ້ ໄອອູລ້າ ພຽງສ້ຽວວິນາທີ.

ຜ່ານໄປ 11 ສະໜາມ ຜູ້ນຳເວລາລວມ ຄອງເສື້ອເຫລືອງຍັງແມ່ນແຊ້ມເກົ່າ ໂຢນັສ ວິນເກກ໊າດ ຊາວເດັນມາກ ເວລາລວມ 46 ຊົ່ວໂມງ 34 ນາທີ 27 ວິນາທີ, ນຳອັນດັບສອງ ທາເດ່ ໂປກາຊ້າ ຊາວສະໂລເວເນຍ (ສະໂລເວນີ້) 17 ວິນາທີ ເໝືອນເດີມ.

ສະໜາມຕໍ່ໄປ ສະໜາມທີ 12 ຈະແຂ່ງຂັນໃນວັນທີ 13 ກໍລະກົດນີ້ ເສັ້ນທາງຈາກເມືອງ ໂຣອ໋ອງເນ່ ຫາເມືອງ ເບວິວ ຊ໋ອງບູຈົວເລ ປະເທດຝຣັ່ງ ເປັນເສັ້ນທາງພູສູງລະດັບປານກາງ ໄລຍະທາງ 169  ກິໂລແມັດ.

Photo: Le Tour de France

Leave a Reply

Your email address will not be published. Required fields are marked *